ຫວຽດນາມ ພ້ອມແລ້ວທີ່ຈະ ແບ່ງປັນບົດຮຽນໃນການ ຂົນຂວາຍອຸປະຖຳຊ່ວຍລາວ ພັດທະນາປະເທດຊາດ

ຫວຽດນາມ ພ້ອມແລ້ວທີ່ຈະ ແບ່ງປັນບົດຮຽນໃນການ ຂົນຂວາຍອຸປະຖຳຊ່ວຍລາວ ພັດທະນາປະເທດຊາດ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ສັນຕິ​ພາບ​ຫວຽດນາມ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ, ​ໂດຍ​ທ່ານປະທານຄະນະ​ກຳມະການ ຄຳ​ພັນ ສີ​ມະ​ນາ​ວົງ ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 09 – 13 ກັນຍາ. ວັນ​ທີ 10 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ຜູ້​ຮັບຜິດຊອບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດົນຕ໋ວນຟອງ ​ໄດ້​ມີ​ການ​ຕ້ອນຮັບ​ຄະນະ. ທ່ານ​ຮອບ​ປະທານ ດົນຕ໋ວນຟອງ ​ເນັ້ນ​ໜັກ​ວ່າ ຍາມ​ໃດສະຫະພັນ​ກໍ່​ສະ​ນັບ​ສະ​ໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ 2 ຄະນະ​ກຳມະການ​ປະຕິບັດ​ບັນດາແຜນການ​ຮ່ວມ​ມື​ຂອງ​ຕົນ​ເປັນ​ຢ່າງ​ດີ​ ​ແລະ ປາດ​ຖະໜາ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ 2 ຄະນະ​ກຳມະການ​ເວົ້າ​ສະ​ເພາະ ຈະ​ໄດ້​ຮັບ​ຜົນ​ດີ, ປັບປຸງ​ການ​ພົວພັນຖານ​ອ້າຍ​ນ້ອງ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ຂົນຂວາຍ​ອົງການ​ປອດ​ລັດຖະບານ​ຕ່າງປະ​ເທດ​ ​ແລະ ອົງການ​ທີ່​ກ່ຽວຂ້ອງຊ່ວຍ​ເຫຼືອລາວ ​ແນ​ໃສ່​ສະ​ແຫວ​ງຫາ​ແຫຼ່ງກຳລັງ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ສັງຄົມ... ທ່ານປະທານຄະນະ​ກຳມະການ ຄຳ​ພັນ ສີ​ມະ​ນາ​ວົງ ຂອບ​ອົກ​ຂອບ​ໃຈ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ລາວ​ຈັດ​ຕັ້ງ​ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ​ຄັ້ງ​ທີ 9 ຢູ່​ລາວ​ໃນ​ປີ 2012 ສຳ​ເລັດ​ຜົນ ​ແລະ ສະ​ແດງ​ຄວາມ​ເຊື່ອໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ

ຂ່າວ/ບົດ​ອື່ນ