ຫວຽດ​ນາມ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈ​ີ​ຕອນ​ໃນ​ພາກ​ພື້ນ ອາ​ຊຽນ

(VOVWORLD) -  ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ພັດທະນາການຄ້າເອເລັກໂຕນິກ ຫວຽດນາມ ໃນສັງກາດດີຈີຕອນ”. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ ຫວຽດນາມ ມີລະດັບການເຕີບໂຕເສດຖະກິດດີຈີຕອນສູງໃນພາກພື້ນ ອາຊຽນ ແລະ ສະເໜີຫຼາຍມາດຕະການພັດທະນາການຄ້າເອເລັກໂຕນິກໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ການດຳເນີນທຸລະກິດ.

ຕາມການສະຖິຕິແລ້ວ, ປັດຈຸບັນ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນສອງປະເທດພວມນຳໜ້າກ່ຽວກັບລະດັບການເຕີບໂຕຂອບຂະໜາດການພັດທະນາເສດຖະກິດດີຈີຕອນໃນພາກພື້ນ ອາຊຽນ, ບັນລຸລະດັບສະເລ່ຍ 38% ຕໍ່ປີ, ໃນຂະນະທີ່ບັນດາປະເທດຍັງເຫຼືອມີລະດັບການເຕີບໂຕແຕ່ 20 – 30% ໃນແຕ່ລະປີ. ຕາມທ່ານນາງ ຫງວຽນທິມິນຮວ່ຽນ, ຮອງຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນແຜນການສັງລວມພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ໂດຍນາຍົກລັດຖະມົນຕີຫາກໍອະນຸມັດຜ່ານ, ການຄ້າເອເລັກໂຕນິກແມ່ນໜຶ່ງໃນບັນດາຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ, ຊ່ວຍວິສາຫະກິດຍົກສູງກຳລັງແກ້ງແຍ້ງ, ພັດທະນາຕະຫຼາດສົ່ງອອກ.

        “ການຄ້າເອເລັກໂຕນິກນັບມື້ນັບຢັ້ງຢືນວ່າ ແມ່ນໜຶ່ງໃນບັນດາຊ່ອງທາງຈຳໜ່າຍສຳຄັນທັນສະໄໝ ໄປຄຽງຄູ່ກັບຊ່ອງທາງຈຳໜ່າຍແບບເກົ່າ. ໃນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ໄດ້ມີການກຳນົດທິດວ່າ ຮອດປີ 2025 ເສດຖະກິດດີຈີຕອນໃຫ້ກວມເອົາ 20% GDP  ແລະ ການຄ້າເອເລັກໂຕນິກແມ່ນໜຶ່ງໃນບັນດາສ່ວນປະກອບສຳຄັນສຳລັບເປົ້າໝາຍໃຫ້ບັນລຸຄາດໝາຍ ຮອດປີ 2025 ຍອດມູນຄ່າຂາຍຍ່ອຍການຄ້າເອເລັກໂຕນິກ, ການບໍລິການໃນທົ່ວປະເທດ ບັນລຸ 35 ຕື້ USD”.

                                        


ຕອບກັບ

ຂ່າວ/ບົດ​ອື່ນ