(vovworld) – ວັນທີ 9/5, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງ ໃນມໍ່ໆມານີ້ ຈີນ ໄດ້ສົ່ງກຳປັ່ນຫາປາອອກສູ່ໝູາເກາະ ເຈື່ອງຊາ ຢ່າງຕໍ່ເນື່ອງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທງຫງີ້ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າມີຄວາມເປັນຫວ່ງທີ່ສຸດ ແລະ ຕິດຕາມຢ່າງໃກ້ຊິດບັນດາການຜັນແປທີ່ກ່ຽວຂ້ອງເຖິງບັນຫານີ້. ພວກຂ້າພະເຈົ້າຖືວ່າ ທຸກໆການກະທຳຂອງບັນດາຝ່າຍທີ່ກ່ຽວຂ້ອງຄວນປະຕິບັດຕາມກົດໝາຍສາກົນ ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບນັບຖືອະທິປະໄຕ, ສິດອະທິປະໄຕ ແລະ ສິດຕັດສິນອັນຖືກຕ້ອງຂອງບັນດາຝ່າຍທີ່ກ່ຽວຂ້ອງ. ຫວຽດນາມ ຢືນຢັນອະທິປະໄຕຂອງຕົນສຳລັບໝູ່ເກາະ ເຈື່ອງຊາ ແລະ ທຸກໆການກະທຳຢູ່ເຂດທະເລນີ້ເຊິ່ງບໍ່ໄດ້ຮັບຄວາມເຫັນດີຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕຂອງ ຫວຽດນາມ.”
ແລະກໍໃນວັນດຽວກັນ, ສະມາຄົມທະນາຍຄວາມ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ດົງນາຍ ໄດ້ຈັດກອງປະຊຸມແນະນຳປະຫວັດຄວາມເປັນມາກ່ຽວກັບອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ. ມີພະນັກງານ, ຜູ້ມີສິດເລືອກຕັ້ງແຂວງດົງນາຍ ນັບຮ້ອຍຄົນໄດ້ເຂົ້າຮ່ວມ. ທີ່ກອງປະຊຸມ, ນັກຄົ້ນຄວ້າປະຫວັດສາດ ຫວຽດນາມ ເຢືອງຈຸງກ໋ວກ, ສະມາຊິກສະພາແຫ່ງຊາດແຂວງ ດົງນາຍ ຊີ້ແຈ້ງວ່າ, ອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ ໄດ້ຮັບການຢັ້ງຢືນແຕ່ພັນໆປີມານີ້ ແລະ ປະຊາຊົນຫວຽດນາມ ພວມສືບທອດບັນດາຄຸນຄ່າທີ່ມີລັກສະນະຕໍ່ເນື່ອງຂອງປະຫວັດສາດ ເພື່ອສືບຕໍ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ໄລຍະກ່ອນໆນີ້, ຈາກສະໄໝລາຊະວົງເລ - ເຈົ້າຊີວິດເລແທ໋ງຕົງ, ຮົ່ງດຶກ ໄດ້ມີແຜນທີ່ ຢັ້ງຢືນອະທິປະໄຕທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ; ຮອດສະໄໝລາດຊະວົງ ຫງວຽນ ກໍສືບຕໍ່ຢັ້ງອະທິປະໄຕທີ່ມີຕໍ່ໝູ່ເກາະຮ່ວາງຊາ, ເຈື່ອງຊາ. ໄລຍະຕໍ່ໄປ, ເມື່ອຊາວຝລັ່ງ ເຂົ້າມາຄອບຄອງປະເທດ ດ້າຍນາມ ເຂົາເຈົ້າຍັງປະຕິບັດການຢັ້ງຢືນອະທິປະໄຕຄືການຈົດທະບຽນກັບໂລກ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ນັ້ນແມ່ນຫຼັກຖານລະອຽດໃນປະຫວັດສາດ ເພື່ອຢັ້ງຢືນອະທິປະໄຕທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ.