ຫວຽດນາມ ຢືນຢັນບັນດາຄວາມກ້າວໜ້າໃນການຊຸກຍູ້ ແລະ ປົກປ້ອງ ສິດທິມະນຸດ
(ພາບປະກອບ)
(vovworld) - ວັນທີ 19/3, ທີ່ກອງປະຊຸມຄັ້ງທີ 25, ສະພາສິດທິມະນຸດ ສປຊ ດຳເນີນວາລະເຈລະຈາກັບບັນດາຜູ້ຊ່ຽວຊານເອກະລາດ ກ່ຽວກັບ ບັນຫາຊົນເຜົ່າສ່ວນໜ້ອຍ ແລະ ວາລະປຶກສາຫາລືປະຈຳປີກ່ຽວກັບສິດຂອງຄົນພິການ. ໃນບົດປາໄສຂອງຕົນຜູ້ຕາງໜ້າຫວຽດນາມ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເອົາໃຈໃສ່, ຮັກສາ ແລະ ຊຸກຍູ້ສິດຜົນປະໂຫຍດອັນເປັນທຳຂອງປະຊາຄົມຊົນເຜົ່າສ່ວນໜ້ອຍ ກ່ຽວກັບຊີວິດທຸກດ້ານ ບົນຫຼັກການສະເໝີພາບ, ສາມັກຄີ, ພ້ອມກັນກ້າວໜ້າ. ທີ່ວາລະປຶກສາຫາລືກ່ຽວກັບສິດຂອງຄົນພິການ, ຜູ້ຕາງໜ້າຫວຽດນາມ ກໍ່ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ເອົາໃຈໃສ່ ແລະ ມານະພະຍາຍາມເພື່ອໜູນຊ່ວຍຄົນພິການ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຊົມໃຊ້ບັນດາສິດທິມະນຸດໃຫ້ນັບມື້ນັບດີກວ່າ, ໃນນັ້ນມີສິດກ່ຽວກັບການສຶກສາ. ຜູ້ຕາງໜ້າຫວຽດນາມ ກໍ່ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ກ່ຽວກັບການໜູນຊ່ວຍ, ຊຸກຍູ້ການປົກປ້ອງສິດຂອງຄົນພິການ, ໃນນັ້ນມີເລື່ອງເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບສິດຂອງຄົນພິການ, ຜ່ານກົດໝາຍ ແລະ ແຜນຮ່າງໄລຍະ 2010 – 2020.