(vovworld) – ວັນທີ 11/11, ກອງປະຊຸມຄັ້ງທີ 6 ບັນດາຜູ້ນຳອົງການກວດສອບບັນຊີລະຫວ່າງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ຄະນະຜູ້ແທນຫວຽດນາມ ໂດຍທ່ານສາດສະດາຈານ, ດ.ຣ ດວ່ານຊວນຕຽນ, ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ນຳໜ້າ. ດ້ວຍເນື້ອໃນ ປະຕິບັດມາດຕະຖານກວດສອບບັນຊີສາກົນ (ISSAI) ນຳໃຊ້ຢູ່ໃນແຕ່ລະປະເທດ, ບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ແບ່ງປັນບົດຮຽນເນື້ອໃນຕ່າງໆໃນລະບົບ ມາດຕະຖານສອບບັນຊີສາກົນ; ເຫັນດີອີງໃສ່ພື້ນຖານລະບົບຂອງ ISSAI ເພື່ອກໍ່ສ້າງ, ປະກາດໃຊ້ລະດັບມາດຕະຖານການກວດສອບບັນຊີ ແລະ ນຳໃຊ້ມາດຕະຖານ ISSAI ເຂົ້າໃນພຶດຕິກຳຕົວຈິງໃຫ້ເໝາະສົບກັບແຕ່ລະປະເທດ. ບັນດາບົດຮຽນຂອງອົງການກວດສອບບັນຊີຫວຽດນາມ ໄດ້ຮັບການຕີລາຄາສູງຈາກລາວ ແລະ ກຳປູເຈຍ ກໍ່ຄືບັນດານັກອຸປະຖຳ. ກອງປະຊຸມຄັ້ງທີ 7 ຈະຈັດຂຶ້ນໃນປີ 2015 ຢູ່ຫວຽດນາມ.