ຫວຽດນາມ - ລາວ ຊຸກຍູ້ການຮ່ວມມື ເຂດຊາຍແດນ
(ພາບປະກອບ)
(vovworld) – ແຕ່ວັນທີ 23 – 28/04, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ຈັດກອງປະຊຸມຮອບທີ 14 ຄະນະນັກວິຊາການປະສົມປັກຫຼັກໝາຍຊາຍແດນຫວຽດນາມ - ລາວ. ທີ່ບັນດາການເຮັດວຽກ, 2 ຝ່າຍໄດ້ດຳເນີນການກວດກາຄືນວຽກງານທັງໝົດທີ່ຍັງເຫຼືອຂອງໂຄງການປັກຫຼັກໝາຍຖີ່ ແລະ ບຸລະນະ ລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ພາຍຫຼັງສຳເລັດວຽກງານປັກຫຼັກໝາຍໃນຕົວຈິ່ງ, ເພື່ອແນໃສ່ວາງອອກບັນດາມາດຕະການລະອຽດ ຮັບປະກັນສຳເລັດໂຄງການທັງໝົດໃນປີ 2014. ແລະກໍ່ໃນຄັ້ງນີ້, 2 ຝ່າຍໄດ້ດຳເນີນການແລກປ່ຽນກ່ຽວກັບຮ່າງມະຕິສະບັບໃໝ່ ກ່ຽວກັບການກຳນົດການຄຸ້ມຄອງເຂດຊາຍແດນຫວຽດນາມ - ລາວ ກໍ່ຄືວຽກງານກະກຽມເປີດສະຫຼອງ ແລະ ຍົກລະດັບດ່າຍຊາຍແດນ ລາໄຮ (ກວາງຈິ້) - ລາໄຮ (ສາລະວັນ) ໃຫ້ຂຶ້ນເປັນດ່ານຊາຍແດນສາກົນໃນໄລຍະຈະມາເຖິງ.