(vovworld) - ຕອນບ່າຍວັນທີ 17/10, ຄະນະປະຕິບັດງານຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໂດຍທ່ານນາງລັດຖະມົນຕີ Pham Hai Chuyen ນຳໜ້າໄດ້ມີການເຮັດວຽກກັບທ່ານນາງລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ອ່ອນຈັນ ທຳມະວົງ, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 17 – 19/10. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດສັງຄົມຂອງແຕ່ລະປະເທດ, ຕີລາຄາການຮ່ວມມືໃນໄລຍະຜ່ານມາ ແລະ ສະແດງຄວາມປິຕິຊົມຊື່ນໝາກຜົນການຮ່ວມມືອັນດີງາມໃນຫຼາຍຂົງເຂດລະຫວ່າງສອງກະຊວງນັບມື້ນັບເລິກເຊິ່ງກວ້າງຂວາງ. ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການເຈລະຈາສັນຍາໃໝ່ກ່ຽວກັບການຮ່ວມມືດ້ານແຮງງານ; ຈັດຕັ້ງການຍ້ອງຍໍມອບລາງວັນເນື່ອງໃນໂອກາດ 50 ປີແຫ່ງການຮ່ວມມືໃນທ້າຍເດືອນ 12 ຈະມາເຖິງຢູ່ຫວຽດນາມ; ສົມທົບກັນກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີແຮງງານ ແລະ ສັງຄົມຄັ້ງທີ 3, ຊຸກຍູ້ແຜນການລົງທຶນກໍ່ສ້າງສູນສອນວິຊາຊີບຢູ່ ອຸດົມໄຊ ດ້ວຍຂອບຂະໜາດບັນຈຸນັກຮຽນໄດ້ 500 ຄົນ/ປີ ແລະ ແຜນການກໍ່ສ້າງສູນຜ່າຕັດ, ຟື້ນຟູອະໄວຍະວະໃຫ້ທະຫານເສຍອົງຄະ ແລະ ຄົນພິການຢູ່ບ້ານເກີນ, ແຂວງວຽງຈັນ; ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດພ້ອມກັບບັນດາຂົງເຂດອື່ນໆ.