ຫວຽດນາມ - ລາວ ໃຫ້ບຸລິມາສິດໃນຂົງເຂດຮ່ວມມືບຳລຸງ ສ້າງພະນັກງານກົດໝາຍ

ຫວຽດນາມ - ລາວ ໃຫ້ບຸລິມາສິດໃນຂົງເຂດຮ່ວມມືບຳລຸງ ສ້າງພະນັກງານກົດໝາຍ - ảnh 1
​ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ Ha Hung Cuong
ຕ້ອນຮັບລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ລາວ
(ພາບ: moj.gov.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 4/9, ຢູ່ ຮ່າ​ໂນ້ຍ, ​ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ Ha Hung Cuong ​ແລະ ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ລາວ ຈະ​ເລີ​ນ​ເຢຍ​ປາວ​ເຮີ​ ໄດ້ມີການ​ພົບ​ປະ​ເຈລະຈານຳ​ກັນ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸ​ຕິ​ທຳ​ລາວ ​ແຕ່​ວັນ​ທີ 4-9/9/2012, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ ທັງ​ສອງ​ທ່ານ​ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ທີ່​ຖື​ວ່າ ການ​ຢ້ຽມຢາມ​ຫວຽດນາມ​ ຄັ້ງ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ ​ແລະ ​ເປັນ​ການ​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າ ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດຖະບານ ສອງ​ປະ​ຊວງ​ຍຸຕິ​ທຳ ​ແລະ ປະຊາຊົນ​ສອງ​ປະ​ເທດ​ແມ່ນ ”ສວຍ​ສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ”. ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສູ​ມ​ໃສ່​​ໃຫ້ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​​ແກ່​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ກົດໝາຍ. ທັງ​ສອງ​ກະຊວງ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້ 10 ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກວ່າ​ອີກ​ໃນ​ຂົງ​ເຂດ​ກົດໝາຍ, ຍຸຕິ​ທຳ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ… ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ດ້ານ​ກົດໝາຍ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ