ຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ
ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ
(ພາບ: Thanh niên)
(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ, ຕອນເຊົ້າວັນທີ 07 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ.
ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ, ຫວຽດນາມ ພວມຍູ້ແຮງການປະຕິຮູບ, ໂດຍສະເພາະແມ່ນປະຕິຮູບໃນຂົງເຂດການເງິນ, ສິນເຊື່ອ, ທະນາຄານ ເພື່ອແນໃສ່ຍົກສູງປະສິດທິຜົນບັນດາການເຄື່ອນໄຫວຂອງລັດວິສາຫະກິດ, ສ້າງກຳລັງແກ່ງແຍ່ງໃຫ້ພື້ນຖານເສດຖະກິດ, ຕອບສະໜອງຄວາມຕ້ອງການເຊື່ອມໂຍງ ແລະ ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສິງກະໂປ ຮ່ວມມື, ແບ່ງປັນບົດຮຽນກັບຫວຽດນາມ ໃນວິວັດການນີ້. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນວ່າ ຍາມໃດສິງກະໂປ ກໍ່ສະຫງວນບຸລິມະສິດສູງໃຫ້ແກ່ການຮ່ວມມືກັບຫວຽດນາມ ໃນຖານະເປັນຄູ່ຮ່ວມມືຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຖືວ່າ, 2 ປະເທດມີຄວາມສາມາດບົມຊ້ອນໃນການຮ່ວມມືດ້ານການເງິນ ແລະ ປາດຖະໜາວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການການເງິນສິງກະໂປ ເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຫັນດີສົມທົບກັນກັບຫວຽດນາມ ເພື່ອຊຸກຍູ້ບັນດານັກລົງທຶນສິງກະໂປ ລົງທຶນເຂົ້າເຂດຟຸ໋ກວກ, ພ້ອມທັງສະເໜີໃຫ້ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ມີຂໍ້ມູນດ້ານນະໂຍບາຍ, ຂັ້ນຕອນ, ລະບຽບການ ແລະ ການວາງແຜນທີ່ດິນຂອງຫວຽດນາມ ຢ່າງຄົບຖ້ວນ ເພື່ອພັດທະນາເກາະຟຸ໋ກວກ.
ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນວ່າ ສິງກະໂປ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນຫວຽດນາມ ໃນວິວັດການເຈລະຈາ TPP ເພື່ອຮັບປະກັນໃຫ້ TPP ແມ່ນສັນຍາທີ່ມີຄວາມດູ່ນດ່ຽງ, ເອົາໃຈໃສ່ເຖິງຜົນປະໂຫຍດຂອງບັນດາສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ.