ຫວຽດນາມ ສືບຕໍ່ຍຸ້ ແຮງການເຄື່ອນໄຫວ ພົວພັນດ້ານການປ້ອງ ກັນຊາດ ກັບຕ່າງປະເທດ

ຫວຽດນາມ ສືບຕໍ່ຍຸ້ ແຮງການເຄື່ອນໄຫວ ພົວພັນດ້ານການປ້ອງ ກັນຊາດ ກັບຕ່າງປະເທດ - ảnh 1
( ທ່ານພົນ​ໂທ Nguyen Chi Vinh )

( vovworld ) -   ວັນ​ທີ 19/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດກັບຕ່າງປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ 2012. ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ຂອງ​ຄະນະ​ພັກ​ການທະຫານສູນ​ກາງ, ການ​ນຳ​ກະຊວງ​ປ​້ອງກັນ​ປະ​ເທດ, ການ​ເຄື່ອນ​ໄຫວ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດກັບຕ່າງປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຖືກ​ຕາມ​ແຜນການ​ນັບທັງຂອບ​ເຂດ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​​ແທດ​ຈິງ. ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຕັ້ງໜ້າ​ເປັນ​ເຈົ້າ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ຍົກ​ສູງ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ປະ​ເທດ​ຊາດ, ບົດບາດຂອງ​ກອງທັບ​ບົນ​ເວທີ​​ສາກົນ ​ແລະ ພາກ​ພື້ນ. ວຽກງານຖະ​ແຫຼ​ງ​ຂ່າ​ວ, ​ໂຄສະ​ນາ​ການ​​ປ້ອງ​ກັນຊາດຕໍ່​ຕ່າງປະ​ເທດ ​ໄດ້​ມີ​ບາດ​ກ້າວ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ ດ້ວຍ​ເນື້ອ​​ໃນ​ໂຄສະນາ​ຢ່າງ​ທັນ​ການ ​ແລະ ຊັດ​ເຈນ ດ້ວຍ​ຫຼາຍຮູບຫຼາຍ​ແບບ​ທີ່ອຸດົມສົມບຸນ.

   ສະຫຼຸບ​ກອງ​ປະຊຸມ, ທ່ານພົນ​ໂທ Nguyen Chi Vinh, ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ​ໄດ້​​ເນັ້ນ​ໜັກ​ວ່າ, ​ໃນ 6 ​ເດືອນທ້າຍ​ປີ 2012, ການ​ເຄື່ອນ​ໄຫວ​ຕົວ​ພັນ​ດ້ານປ້ອງ​ກັນ​ຊາດກັບຕ່າງປະ​ເທດ​ ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ສູງ​ສຸດ​ແມ່ນ​​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ລະບອບ​ສັງຄົມ​ນິຍົມ, ຮັກສາ​​ໄດ້ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ, ກໍ​ຄື​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຍົກ​ສູງພາບ​ພົດ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ກອງທັບ​ປະຊາຊົນ ​ແລະ ປະ​ເທດ​​ຫວຽດນາມ ບົນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ