ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ລາວ

(VOVWORLD) -ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ.

ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ລາວ - ảnh 1ທ່ານ ພົນໂທຮ່ວາງຊວັນຈຽນ ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ພັດທະນາແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ກ່ຽວກັບການພົວພັນດ້ານປ້ອງກັນຊາດ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ໂດຍໄດ້ຮັບການມອບສິດຈາກທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽນດາມ, ທ່ານ ພົນໂທຮ່ວາງຊວັນຈຽນ ໄດ້ມອບ ອຸປະກອນການແພດປ້ອງກັນຕ້ານໂລກລະບາດດ້ວຍມູນຄ່າ 5,2 ຕື້ດົ່ງ ໃຫ້ທ່ານ ແສງເພັດ ຮຸງບຸນຍວງ ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ