ຫວຽດນາມ - ສປປ.ເກົາຫຼີ: ການພົວພັນມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາກວ່າອີກ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຄັ້ງທໍາທິດຂອງການນໍາຂັ້ນສູງສຸດຂອງພັກ, ລັດ ສປປ.ເກົາຫຼີ ພາຍຫຼັງໄລຍະເວລາ 55 ປີ ແມ່ນຂີດໝາຍໃໝ່ທີ່ມີຄວາມໝາຍສໍາຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງພັກ, ສອງລັດ ອັນໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງພັກ, ລັດ ສປປ.ເກົາຫຼີ ແມ່ນຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ

ວັນທີ 1 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດງານລ້ຽງຢ່າງສົມກຽດ ເພື່ອຕ້ອນຮັບທ່ານ Kim Jong-un ປະທານພັກແຮງການ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ  ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ.ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ.

ຫວຽດນາມ - ສປປ.ເກົາຫຼີ: ການພົວພັນມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາກວ່າອີກ - ảnh 1ທ່ານປະທານ ສປປ.ເກົາຫຼີ  Kim Jong-un ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງທີ່ງານລ້ຽງ (ພາບ:TTXVN)

        ກ່າວຄໍາເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງທໍາທິດຂອງການນໍາຂັ້ນສູງສຸດຂອງພັກ, ລັດ ສປປ.ເກົາຫຼີ ພາຍຫຼັງໄລຍະເວລາ 55 ປີ ແມ່ນຂີດໝາຍໃໝ່ທີ່ມີຄວາມໝາຍສໍາຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງພັກ, ສອງລັດ ອັນໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງພັກ, ລັດ ສປປ.ເກົາຫຼີ ແມ່ນຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ແລະ ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອສອງປະເທດພວມມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນເດືອນ ມັງກອນ 2020.

        “ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ ໂດຍທ່ານປະທານໂຮ່ຈີມິນ ແລະ ປະທານ Kim il Sung ໄດ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ ໂດຍຜ່ານຜ່າສິ່ງທົດສອບຫຼາຍຢ່າງ ແລະໄດ້ຮັບການສືບທອດຮັກສາ ແລະ ເສີມຂະຫຍາຍຈາກການນໍາ ແລະ ປະຊາຊົນສອງປະເທດລຸ່ນຕ່າງໆຢ່າງບໍ່ຢຸດຢັ້ງ.  ຜ່ານການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ Kim Jong-un, ດ້ວຍຄວາມເອົາໃຈໃສ່ຂອງການນໍາ ແລະ ປະຊາຊົນສອງປະເທດ, ພວກເຮົາມີພະຍານຫຼັກຖານຢ່າງພຽງພໍເພື່ອເຊື່ອແນວແນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັ້ນ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາດີກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ”

ຫວຽດນາມ - ສປປ.ເກົາຫຼີ: ການພົວພັນມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາກວ່າອີກ - ảnh 2 ທ່ານປະທານ Kim Jong-un ຫຼິ້ນດົນຕີພື້ນເມືອງຂອງຫວຽດນາມ ທີ່ງານລ້ຽງ (ພາບ: TTXVN) 

        ທ່ານປະທານ Kim Jong-un ກໍເນັ້ນໜັກວ່າ ການມາຢ້ຽມຢາມຫວຽດນາມຄັ້ງນີ້ ດ້ວຍເນື້ອໃນຈິດໃຈແມ່ນເຊື່ອມຕໍ່ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສປປ.ເກົາຫຼີ ແລະ ຫວຽດນາມ ກໍຄືພັດທະນາການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ ເໝາະສົມກັບຍຸກສະໄໝໃໝ່, ໃນສະພາບການເມືອງໂລກພວມມີການຜັນແປຫຼາຍຢ່າງ. ທ່ານ Kim Jong-un ກໍໄດ້ຢັ້ງຢືນຫຼັກໝັ້ນເປັນເອກະພາບ ແລະ ເດັດດຽວຂອງພັກ, ລັດ ແລະ ປະຊາຊົນ ສປປ.ເກົາຫຼີ ແມ່ນ ສືບຕໍ່ສືບທອດ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫຫວ່າງ ພັກ ແລະ ລັດ ສອງປະເທດ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະເປັນບາດລ້ຽວສໍາຄັນ ເປີດໜ້າປະຫວັດສາດໃໝ່ໃນການພັດທະນາການພົວພັນມິດຕະພາບລະຫວ່າງ ສປປ.ເກົາຫຼີ - ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ