ຫວຽດນາມ ສະໜັບ ສະໜູນປີສາກົນສາມັກຄີກັບປະຊາຊົນປາແລດສຕິນ
ຫວຽດນາມ ສະໜັບສະໜູນປີ
ສາກົນສາມັກຄີກັບປະຊາຊົນປາແລດສຕິນ
(ພາບ: cpv.org.vn)
(vovworld) – ວັນທີ 06/11, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສຕິນ ສົມທົບກັບສະຖານທູດປາແລດສຕິນ ປະຈຳຫວຽດນາມ ຈັດຕັ້ງການສາຍຟິມຮູບເງົາ “ກ້ອງຖ່າຍວີດີໂອ 5 ໜ່ວຍຖືກແຕກ”. ນີ້ແມ່ນການເຄື່ອນໄຫວສະໜັບສະໜູນປີສາກົນສາມັກຄີກັບປະຊາຊົນປາແລດສຕິນ 2014 ແລະ ວັນສາກົນສາມັກຄີກັບປະຊາຊົນປາແລດສຕິນ 29/11. ຟິມຮູບເງົາ “ກ້ອງຖ່າຍວີດີໂອ 5 ໜ່ວຍຖືກແຕກ” ຂອງຜູ້ກຳກັບ Emad Burnat ແລະ Guy Davidi ໄດ້ສ່ອງແສງກ່ຽວກັບການຕໍ່ສູ້ໂດຍບໍ່ໃຊ້ຄວາມຮຸນແຮງຢ່າງແທດຈິງຂອງຊາວບ້ານ Bil’in, ເຊິ່ງເປັນບ້ານໜຶ່ງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຖືກບຽດຢຶດຍ້ອນບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງອິດສຣາແອນ.