(VOVWORLD) - ເພື່ອຮັບໃຊ້ໃຫ້ຄະນະກວດກາຂອງ EU ມາ ຫວຽດນາມ ນັ້ນ, ກົມໃຫຍ່ສິນໃນນ້ຳໄດ້ສ້າງຕັ້ງຫ້ອງການ IUU
ພາບປະກອບ
|
ວັນທີ 15 ພຶດສະພາ, ຄະນະກວດກາຂອງ EU ມາຢ້ຽມຢາມ ຫວຽດນາມ, ເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ບາງທ້ອງຖິ່ນແຄມທະເລ, ວິສາຫະກິດປຸງແຕ່ງ, ສົ່ງອອກສິນໃນນ້ຳເພື່ອກວດກາ, ຕີລາຄາຄືນໝາກຜົນເຊິ່ງ ຫວຽດນາມ ເຮັດໄດ້ໃນການແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (EC) ສຳລັບການສົ່ງອອກສິນໃນນ້ຳທີ່ຫາມາໄດ້ຈາກທະເລຂອງ ຫວຽດນາມ ເຂົ້າຕະຫຼາດເອີລົບ. ເພື່ອຮັບໃຊ້ໃຫ້ຄະນະກວດກາຂອງ EU ມາ ຫວຽດນາມ ນັ້ນ, ກົມໃຫຍ່ສິນໃນນ້ຳໄດ້ສ້າງຕັ້ງຫ້ອງການ IUU; ໃນນັ້ນ, ມີບັນດາເອກະສານກ່ຽວຂ້ອງຢ່າງຄົບຖ້ວນເພື່ອຮັບໃຊ້ການເຮັດວຽກກັບ EU. ພິເສດ, ກົມໃຫຍ່ສິນໃນນ້ຳ ໄດ້ມີລະບົບພື້ນຖານເອກະສານອາຊີບຫາປາລວມມີລະບົບທີ່ຮັບປາ, ເຮືອກ່ຳປັ່ນ…
ກ່ຽວກັບບັນດາໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ ໃນການແກ້ໄຂ “ບັດເຫຼືອງ” ຂອງ EC, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ຖືວ່າ, ປະຈຸບັນ, ຫວຽດນາມ ໄດ້ສ້າງສຳເລັດ 9 ຂໍ້ສະເໜີແນະເຊິ່ງ EC ຍົກອອກມາເປັນເທື່ອລະກ້າວ ເພື່ອຮັບປະກັນອາຊີບຫາປາຢ່າງມີຄວາມຮັບຜິດຊອບ, ຍືນຍົງ. ບັນດາເນື້ອໃນທີ່ໄດ້ເຕື້ອງເຖິງໃນ 9 ຂໍ້ສະເໜີແນະກໍ່ໄດ້ນຳເຂົ້າໃນກົດໝາຍວ່າດ້ວຍສິນໃນນ້ຳເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ.