(vovworld) – ຕອນບ່າຍວັນທີ 15/09, ຢູ່ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Choi Won Byung, ປະທານສະຫະພັນສະຫະກອນກະສິກຳແຫ່ງຊາດສ.ເກົາຫຼີ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ການເຮັດວຽກຂອງທ່ານປະທານ Choi Won Byung ເພື່ອແນໃສ່ແລກປ່ຽນບົດຮຽນໃນການກໍ່ສ້າງຊົນນະບົດໃໝ່, ເສດຖະກິດລວມໝູ່ກັບຄູ່ຮ່ວມມືຫວຽດນາມ. ຕີລາຄາສູງບັນດາຮູບແບບບຳລຸງສ້າງແຫຼ່ງກຳລັງ, ໜູນຊ່ວຍບ້ວງສິນເຊື່ອຂອງສ.ເກົາຫຼີ, ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາວ່າ ທ່ານປະທານສະຫະພັນສະຫະກອນກະສິກຳແຫ່ງຊາດສ.ເກົາຫຼີ ຈະຖ່າຍທອດບົດຮຽນ, ຊ່ວຍເຫຼືອເພື່ອໃຫ້ບັນດາອົງການເສດຖະກິດລວມໝູ່ຂອງຫວຽດນາມ ພັດທະນາ.