ວາລະປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບ
ເສດຖະກິດ ແລະ ການຄ້າຫວຽດນາມ - ອີຣານ
(ພາບ: baomoi.com)
(vovworld) - ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກາວດຶກຟ໋າດ ແລະ ທ່ານລັດຖະມົນຕີອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າອີຣານ Mehdi Ghazanfari ໄດ້ເປັນປະທານວາລະປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າຫວຽດນາມ - ອີຣານ, ເຊິ່ງດຳເນີນໃນຕອນບ່າຍວັນທີ 14/05, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, 2 ຝ່າຍໄດ້ເປັນເອກະພາບນຳກັນຍູ້ແຮງການຮ່ວມມືມຸ້ງໄປສູ່ຈຸດໝາຍຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 500 ລ້ານ USD/ປີ. ຝ່າຍຫວຽດນາມ ສະເໜີໃຫ້ອີຣານ ພິຈາລະນາກ່ຽວກັບການນຳເຂົ້າ ເຂົ້າສານ, ທັນຍາຫານສະບຽງອາຫານ ກໍຄືສະໜອງບັນຊີລາຍຊື່ບັນດາວິສາຫະກິດດຳເນີນທຸລະກິດກ່ຽວກັບໂລຫະ, ແຮ່ທາດ, ທາດເຄມີ, ຜະລິດຕະພັນກະເສດບາງປະເພດໃຫ້ແກ່ຫວຽດນາມ. ຝ່າຍອີຣານ ປາດຖະໜາຢາກນ້ຳເຂົ້າຈາກຫວຽດນາມ ບາງຜະລິດຕະພັນຄື; ເຂົ້າສານ, ປາ, ຢາງພາລາ... ແລະສະເໜີໃຫ້ຝ່າຍຫວຽດນາມ ນຳເຂົ້ານ້ຳມັນ ຫຼື ທາດເຄມີຈາກ. ສິ້ນສຸດວາລະປະຊຸມ, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບນຳກັນ ແລະ ລົງນາມໃນບົດບັນທຶກວາລະປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບເສດຖະກິດການຄ້າຫວຽດນາມ - ອີຣານ ດ້ວຍບັນດາຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມໃໝ່.