ຫວຽດ​ນາມ ອະ​ນຸ​ມັດ​ຜ່ານວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຂອງ ບໍ​ລິ​ສັດ Pfizer

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທ້ວນ ໄດ້ລົງນາມໃນຂໍ້ຕົກລົງອະນຸມັດຜ່ານວັນຊິນ Comirnaty ໂດຍບໍລິສັດ Pfizer  ແລະ BioNTech ຜະລິດ ເພື່ອແນໃສ່ຮັບໃຊ້ຄວາມຕ້ອງການອັນຮີບດ່ວນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 
ວັນທີ 12 ກັນຍາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທ້ວນ ໄດ້ລົງນາມໃນຂໍ້ຕົກລົງອະນຸມັດຜ່ານວັນຊິນ Comirnaty ໂດຍບໍລິສັດ Pfizer  ແລະ BioNTech ຜະລິດ ເພື່ອແນໃສ່ຮັບໃຊ້ຄວາມຕ້ອງການອັນຮີບດ່ວນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 

ຕາມນັ້ນແລ້ວ, ກົມຄຸ້ມຄອງການຢາ ຈະມີຄວາມຮັບຜິດຊອບອະນຸຍາດໃຫ້ນຳເຂົ້າວັກຊິນ Comirnaty ເມື່ອໄດ້ຮັບເອກະສານ ແລະ ປະຕິບັດຖືກຕ້ອງບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງການນຳເຂົ້າ, ຄຸນນະພາບຂອງວັກຊິນທີ່ຈະນຳເຂົ້າ. ສະຖາບັນກວດກາວັກຊິນ ແລະ ຜະລິດຕະພັນຊີວະການແພດ ແຫ່ງຊາດ ຈະກວດກາ ແລະ ອອກໃບຢັ້ງຢືນການຜະລິດວັກຊິນດັ່ງກ່າວ ກ່ອນທີ່ຈະ ນຳໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ