ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງິ້
(ພາບອິນເຕີແນດ)
(vovworld) – ວັນທີ 22/8, ເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ສະພາບໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ອີຢີບ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງິ້ ຊີ້ແຈ້ງວ່າ:
“ຫວຽດນາມ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບໃຊ້ຄວາມຮຸນແຮງນັບມື້ນັບເພີ່ມຂຶ້ນໃນປະຈຸບັນຢູ່ອີຢີບ, ອັນໄດ້ກໍ່ຄວາມເສຍຫາຍໃຫ້ສາມັນຊົນ. ພວກຂ້າພະເຈົ້າຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຢູ່ອີຢີບ ລະງັບໃຈ, ບໍ່ປະໃຫ້ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ, ແກ້ໄຂຄວາມບໍ່ລົງລອຍກັນທັງໝົດຜ່ານການເຈລະຈາສັນຕິວິທີ ເພື່ອໃຫ້ອີຢີບ ມີສະຖຽນລະພາບໂດຍໄວ ແລະ ສືບຕໍ່ພັດທະນາ“.
ກ່ຽວກັບບັນຫາຮັບປະກັນຄວາມປອດໄພໃຫ້ພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ຮຳ່ຮຽນ ແລະ ເຮັດວຽກຢູ່ອີຢີບ. ທ່ານ ເລືອງແທງງິ້ ຢືນຢັນວ່າ, ປະຈຸບັນສະຖານທູດຫວຽດນາມ ປະຈຳອີຢີບຍັງຄົງເຄື່ອນໄຫວເປັນປົກກະຕິ. ແຕ່ຫວຽດນາມ ກໍ່ໄດ້ຕິດແທດກັບສະພາບການ ເພື່ອມີບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ອີຢີບ ກໍ່ຄືບັນດາເຈົ້າໜ້າທີ່ ການທູດ.
ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ສະເໜີໃຫ້ຮູ້ວິຈານຂອງຫວຽດນາມ ຕໍ່ເລື່ອງກະຊວງການຄ້າອາເມລິກາ ຕົກລົງຈັດວາງອັດຕາພາສີຕ້ານການອຸດໜູນລາຄາສຳລັບບັນດາວິສາຫະກິດຜະລິດ, ສົ່ງອອກກຸ້ງແຊເຢັນຫວຽດນາມ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງິ້ ຢືນຢັນວ່າ. ນັບແຕ່ຫຼາຍປີມານີ້, ຂະແໜງກຸ້ງຫວຽດນາມ ໄດ້ເຄື່ອນໄຫວຕາມກົນໄກການຕະຫຼາດ ແລະ ບໍ່ໄດ້ຮັບການອຸດໜູນລາຄາຈາກລັດຖະບານ. ຫວຽດນາມ ຫວັງວ່າຄະນະກຳມະການການຄ້າສາກົນຂອງອາເມລິກາ ຈະມີຂໍ້ຕົກລົງຢ່າງພາວະວິໄສ, ຍຸຕິທຳສຳລັບຜະລິດຕະພັນກຸ້ງແຊເຢັນນຳເຂົ້າຈາກຫວຽດນາມ, ແລະເໝາະສົມກັບເນື້ອໃນຈິດໃຈການຄ້າເສລີ, ສະເໝີພາບ ກໍ່ຄືການພົວພັນທາງດ້ານເສດຖະກິດ, ການຄ້າທີ່ພວມພັດທະນາອັນດີງາມລະຫວ່າງສອງປະເທດ.