ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງພ້ອມກັນຮ່ວມແຮງຮ່ວມໃຈສ້າງອະນາຄົດທີ່ດີງາມກວ່າໃຫ້ແກ່ເດັກ

(VOVWORLD) -ການປົກປ້ອງເດັກຕ້ອງຕັ້ງຢູ່ຈຸດໃຈກາງຂອງການເຄື່ອນໄວຮັກສາສັນຕິພາບສະຫະປະຊາຊາດ ແລະ ສົມທົບໃນພາລະໜ້າທີ່ເຄື່ອນໄຫວຂອງບັນດາຄະນະປະຕິບັດງານໃນຕົວຈິງ
ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງພ້ອມກັນຮ່ວມແຮງຮ່ວມໃຈສ້າງອະນາຄົດທີ່ດີງາມກວ່າໃຫ້ແກ່ເດັກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ
(ພາບ: baoquocte.vn)

ຕອນຄ່ຳວັນທີ 28 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມສຳມະນາເປີດທາງອອນລາຍຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວເລື່ອງ “ເດັກນ້ອຍ ແລະ ການປະທະກັນດ້ວຍການປະກອບອາວຸດ” ໂດຍທ່ານປະທານາທິບໍດີ Estonia - Kersti Kaljulaid, ປະທານສະພາຄວາມໝັ້ນຄົງເດືອນ ມິຖຸນາ 2021 ເປັນປະທານ.

        ວາລະປະຊຸມໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານຜູ້ອຳນວຍການຝ່າຍບໍລິຫານກອງທຶນເພື່ອເດັກສະຫະປະຊາຊາດ (UNICEFF) Henritetta Fore, ທ່ານປະທານາທິບໍດີ ອຽກລັງ… ພ້ອມກັບບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າຂັ້ນສູງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ແລະ ບາງອົງການຈັດຕັ້ງສາກົນ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ຢືນຢັນວ່າ, ການປົກປ້ອງເດັກຕ້ອງຕັ້ງຢູ່ຈຸດໃຈກາງຂອງການເຄື່ອນໄວຮັກສາສັນຕິພາບສະຫະປະຊາຊາດ ແລະ ສົມທົບໃນພາລະໜ້າທີ່ເຄື່ອນໄຫວຂອງບັນດາຄະນະປະຕິບັດງານໃນຕົວຈິງ; ຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງຮ່ວມແຮງຮ່ວມໃຈສ້າງອະນາຄົດອັນດີງາມກວ່າໃຫ້ແກ່ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ