ຫວຽດນາມ ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດອາຟະລິກາ ຊຸກຍູ້ສັນຕິພາບ ແລະ ພັດທະນາແບບຍືນຍົງ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສ້າງປະຊາຄົມອາຟະລິກາ ໃຫ້ມີຄວາມວັດທະນາຖາວອນ ແລະ ສັນຕິພາບ ຜ່ານບັນດາຂໍ້ລິເລີ່ມພາກພື້ນ.
ຫວຽດນາມ ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດອາຟະລິກາ ຊຸກຍູ້ສັນຕິພາບ ແລະ ພັດທະນາແບບຍືນຍົງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: mofa.gov.vn)

ວັນທີ 19 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມເປີດທາງອອນລາຍຂັ້ນລັດຖະມົນຕີຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “ແກ້ໄຂ້ສາຍເຫດ ການປະທະກັນຢ່າງເຖິງກົກເຖິງຮາກ ພ້ອມກັບການເພີ່ມທະວີການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນອາຟະລິກາ”.

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສ້າງປະຊາຄົມອາຟະລິກາ ໃຫ້ມີຄວາມວັດທະນາຖາວອນ ແລະ ສັນຕິພາບ ຜ່ານບັນດາຂໍ້ລິເລີ່ມພາກພື້ນ. ທ່ານລັດຖະມົນຕີຢືນຢັນວ່າ, ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອແກ້ໄຂບັນດາສິ່ງທ້າທາຍໃນປະຈຸບັນ, ຍ້ອນເຫດນັ້ນ ຕ້ອງສຸມໃສ່ປະຕິບັດຄຳຮຽກຮ້ອງຢຸດຍິງທົ່ວໂລກ ແລະ ຂໍ້ລິເລີ່ມ “ຢຸດຕິສຽງປືນ” ຂອງ ອາຟະລິກາ ອີງຕາມບັນດາມະຕິຂອງສະຫະປະຊາຊາດ.

ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດ ອາຟະລິກາ ອ້າຍນ້ອງ ຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ສັນຕິພາບ ແລະ ພັດທະນາແບບຍືນຍົງ; ແບ່ງປັນບົດຮຽນ ແລະ ການຮ່ວມມືພັດທະນາຜ່ານບັນດາຂອບເຂດ 2 ຝ່າຍ ແລະ ຮ່ວມມື 3 ຝ່າຍ ແລະ ໜູນຊ່ວຍວັດຖຸອຸປະກອນການແພດເພື່ອພ້ອມກັນປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ