(vovworld) – ໃນວັນທີ 11 – 12/6, ກອງປະຊຸມສຳມະນາເຄືອຂ່າຍຊ່ອງ 2 ບັນດາສະຖາບັນຄົ້ນຄ້ວາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບບັນດາປະເທດ ອາຊຽນ (NADI) ໄດ້ດຳເນີນຢູ່ ມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 50 ທ່ານທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນຕີ ຫງວຽນດິ່ງຈ໋ຽນ, ຫົວໜ້າວິທະຍາຄານຍຸດທະສາດປ້ອງກັນປະເທດ ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ດ້ວຍຫົວຂ້ໍວ່າ: “ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ພັດທະນາ: ພື້ນຖານໃຫ້ແກ່ປະຊາຄົມ ອາຊຽນ”, ກອງປະຊຸມສຳມະນາ ໄດ້ປຶກສາຫາລື ແລະ ແບ່ງປັນບົດຮຽນກ່ຽວກັບການສ້າງສາປະເທດໂດຍສຸມໃສ່ບັນຫາຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ອາຊຽນ. ທີ່ກອງປະຊຸມສຳມະນາ, ພົນຕີ ຫງວຽນດິ່ງຈ໋ຽນ ໄດ້ລາຍງານບົດປະກອບຄວາມເຫັນກ່ຽວກັບ “ບົດບາດຈຸດສຸມຂອງ ອາຊຽນ ໃນການພົວພັນກັບບັນດາປະເທດໃຫຍ່”, ຖືວ່າ: ເລື່ອງ ອາຊຽນ ເປີດກ້ວາງການຮ່ວມມືກັບບັນດາປະເທດໃຫຍ່ໃນພາກພື້ນຈະຊ່ວຍໃຫ້ ອາຊຽນ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ປັບປຸງສາຍພົວພັນຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາສະມາຊິກໃນຂົງເຂດການເມືອງ ແລະ ການປ້ອງກັນຄວາມສະຫງົບ, ປະກອບສ່ວນຊຸກຍູ້ທ່າອຽງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ສ້າງສາຍພົວພັນໃໝ່ລະຫວ່າງ ອາຊຽນ ແລະ ບັນດາປະເທດໃຫຍ່ຕາມທິດມິດຕະພາບ, , ສະຖຽນລະພາບຍາວນານ, ຮ່ວມມືຮອບດ້ານ ແລະ ນັບມື້ນັບແໜ້ນແຟ້ນລະຫວ່າງ 2 ຝ່າຍ ແລະ ຫຼາຍຝ່າຍ.