ຫວຽດນາມ ເຂົ້າຮ່ວມງານບຸນ ມໍລະດົກວັດທະນະທຳ ອາຊີ ຢູ່ ອາເມລິກາ

ຫວຽດນາມ ເຂົ້າຮ່ວມງານບຸນ ມໍລະດົກວັດທະນະທຳ ອາຊີ ຢູ່ ອາເມລິກາ  - ảnh 1
ງານ​ບຸນ​ມໍລະດົກ​ວັດທະນະທຳ ອາຊີ ຢູ່ ອາ​ເມ​ລິ​ກາ
(ພາບ: xaluan.com)

(vovworld) - ວັນ​ທີ 11/5, ຢູ່ ນິວຢອກ, ​ແຫ່​ງປະ​ເທດ ອາ​ເມ​ລິ​ກາ, ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​​ອົງການ​ອື່ນໆ​ຂອງ ຫວຽດນາມ ປະຈຳ ນິວຢອກ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ມໍລະດົກ​ວັດ​ທະ​ນະ​ທຳ ອາຊີ ຢູ່ ອາ​ເມ​ລິ​ກາ. ນະ​ທີ່​ນີ້, ຄະນະ ຫວຽດນາມ ​ໄດ້​ແນະນຳ​ຄວາມ​ຍາມ​ຂອງ​ຊຸ​ດ​ເຊື້ອ​ຍາວ​ທີ່​ເປັນ​ປະ​ເພນີ​ຂອງ​ແມ່ຍິງ ຫວຽດນາມ, ລາຍການຟ້ອນ​ກຸບ​, ເຄື່ອງ​ຫັດຖະ​ກຳ​ຊະນິດ​ຕ່າງໆ.​.​. ທີ່​ມີ​ສື​ສັນ​ວັດທະ​ນະ​ທຳ ຫວຽດນາມ, ​ແລະ ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດນາມ ທີ່​ດຶງ​ດູດ​ຫຼາຍ​ຄົນ​ເຂົ້າ​ຮ່ວມ. ​ເພື່ອນ​ມິ​ດສາ​ກົນ​ໄດ້ຊົມ​ເຊີຍ​ບັນດາ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ສີສັນ​ຂອງ​ພື້ນຖານ​ວັດທະ​ນະ​ທຳ ຫວຽດນາມ ຜ່ານ​ບັນດາ​ວັດຖຸ​ໄດ້​ຮັບ​ການວາງສະ​ແດງ ຫຼື ຜ່ານ​ວາດ​ຟ້ອນ ​ໂດຍ​ບັນດາ​ນັກຮຽນ ຫວຽດນາມ ທີ່​ພວມ​ຮຳ່ຮຽນ​ຢູ່​ມະຫາ​ວິທະຍາ​ໄລ​​ແຫ່ງ​ຕ່າງໆ​ຢູ່​ເຂດ​ຕາ​ເວັນ​ອອກ​ຂອງ ອາ​ເມ​ລິ​ກາ ສະ​ແດງ. ມີ​ແຂກ​ເຂົ້າ​ຮ່ວມ​ຫຼາຍ​ຄົນ​ໄດ້​ເວົ້າ​ວ່າ: ຈະ​​ໄປ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ​ເພື່ອ​ເຫັນ​ປະຈັກ​ຕາ​ຄວາມ​ງາມ​ຂອງ​ປະ​ເທດ ຫວຽດນາມ, ຊອກ​ຮູ້​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ພື້ນຖານ​ວັດທະນະທຳ​ທີ່​ມີ​ແຕ່​ດົນ​ນາມ​ຂອງ ຊາດ ຫວຽດນາມ.​.​.

    ງານ​ບຸນ​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ປະ​ເທດ ອາຊີ ​ແນະນຳ​ເຖິງ​ປະຊາຊົນ ອາ​ເມ​ລິ​ກາ ​ແລະ ​ເພື່ອນ​ມິດສາ​ກົນ​ບັນດາ​ຈຸດ​ວັດທະນະທຳ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາດ​ຕົນ, ກໍ່​ຄື​ບັນດາ​ມໍລະດົກ​ວັດທະນະທຳ, ທຳ​ມະ​ຊາດ​ຂອງ​ມວນ​ມະນຸດ​ຢູ່​ປະ​ເທດ​ຕົນ​ເຊິ່ງ​ອົງການ ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສະຫະ​ປະຊາ​ຊາດ (UNESCO) ​ໄດ້ຮັບ​ຮູ້, ​ເພື່ອ​ເພີ່ມທະວີຄວາມ​ສາມັກຄີ ​ແລະ ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ.

ຂ່າວ/ບົດ​ອື່ນ