(vovworld) - ງານວາງສະແດງດ້ວຍຫົວຂໍ້ວ່າ “ປະຊາຄົມເສດຖະກິດ ອາຊຽນ - ອາຊຽນ ປ່ຽນແປງໂລກ” ໄດ້ຖືກໄຂຂຶ້ນໃນວັນທີ 26/7, ຢູ່ນະຄອນຫຼວງ ບັງກອກ ປະເທດ ໄທ. ງານວາງສະແດງໄດ້ດຳເນີນໃນເວລາ 3 ວັນ ໂດຍກະຊວງການຄ້າ ໄທ ເປັນເຈົ້າພາບຈັດຕັ້ງ ເພື່ອແນໃສ່ໂຄສະນາວິວັດທະນາການເຊື່ອມໂຍງ ປະຊາຄົມ ອາຊຽນ (ເຊິ່ງເອີ້ນຫຍໍ້ວ່າ AEC). ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ທ່ານ Ngo Duc Thang ໄດ້ເຂົ້າຮ່ວມ ແລະ ມີການພົບປະກັບເຈົ້າໜ້າທີ່ການຄ້າໄທ. ໃນວັນໄຂງານວາງສະແດງ, ມີຜູ້ຕາງໜ້າວິສາຫະກິດໄທນັບສິບແຫ່ງ, ພ້ອມດ້ວຍແຂກຮັບເຊີນ ໄດ້ເຂົ້າຮ່ວມງານວາງສະແດງຂອງຫວຽດນາມ ເພື່ອຊອກຮູ້ເງື່ອນໄຂບຸລິມະສິດ, ກາລະໂອກາດລົງທຶນ, ຮ່ວມມືກັບຫວຽດນາມໃນຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວ. ຜູ້ຕາງໜ້າກົມການຄ້າຕ່າງປະເທດ ໄທ ໄດ້ຢັ້ງຢືນວ່າ: ໄທ ໄດ້ເອົາໃຈໃສ່ເຖິງເລື່ອງ ເພີ່ມທະວີກຳລັງການດຳເນີນທຸລະກິດ ແລະ ຂໍ້ມູນຂ່າວສານໃຫ້ແກ່ບັນດາວິສາຫະກິດ ເພື່ອແນໃສ່ມຸ້ງໄປເຖິງການສ້າງຕັ້ງ AEC ໃນປີ 2015. ທີ່ງານວາງສະແດງຄັ້ງນີ້, ໄທ ເອົາໃຈໃສ່ຊອກຮູ້ກ່ຽວກັບບັນດາບາດກ້າວກະກຽມເຊື່ອມໂຍງ AEC ຂອງຫວຽດນາມ.