ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ອາ​ຊີ ຢູ່ ມາ​ຣົກ

(VOVWORLD) - ໃນລະຫວ່າງວັນທີ 22 – 24 ພະຈິກ, ຢູ່ນະຄອນຫຼວງ Rabat ປະເທດ ມາຣົກ, ໄດ້ຈັດຕັ້ງການເຄື່ອນໄຫວຊຸມວັນວັດທະນະທຳ ອາຊີ, ໂດຍກອງທຶນພັດທະນາວັດທະນະທຳ ມາຣົກ ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງຫຼາຍປະເທດ ອາຊີປະຈຳ ມາຣົກ, ໃນນັ້ນມີ ຫວຽດນາມ.

 ເຂດວັດທະນະທຳຂອງ ຫວຽດນາມ ໄດ້ດຶງດູດ ແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ມີຊາວໜຸມມາຣົກຫຼາຍຄົນໄດ້ສະແດງຄວາມນິຍົມຊົມຊອບຊຸດເສື້ອຍາວ ຂອງ ຫວຽດນາມ ແລະ ນິຍົມທິວທັດທຳມະຊາດ, ຄວາມສວຍງາມ ແລະ ການພັດທະນາ ຂອງ ຫວຽດນາມ.

        ຜ່ານເຫດການນີ້, ມີປະຊາຊົນມາຣົກ ແລະ ເພື່ອນມິດສາກົນໄດ້ຮູ້ຈັກ ແລະ ມີຄວາມເຂົ້າໃຈຢ່າງລະອຽດກ່ວາກ່ຽວກັບ ຫວຽດນາມ, ພ້ອມທັງແມ່ນໂອກາດເພື່ອສົ່ງເສີມແຂກທ່ອງທ່ຽວມາ ທ່ຽວຢູ່ ຫວຽດນາມ ໃຫ້ນັບມື້ນັບຫຼາຍກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ