(vovworld) - ຕອນເຊົ້າວັນທີ 28 ສິງຫາ, ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM Retreat) ໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງ Bandar Seri Begawan, ປະເທດ ບຣຸໄນ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບຄວາມສະຫງົບປອດໄພໃນພາກພື້ນ, ຊຸກຍູ້ການຮ່ວມມື ແລະ ຮ່ວມມືດ້ານປ້ອງກັນປະເທດໃນຂອບເຂດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ຕີລາສູນວິວັດການຮ່ວມມືໃນໄລຍະ 1 ປີຜ່ານມາລະຫວ່າງບັນດາປະເທດໃນພາກພື້ນ ກໍ່ຄືບັນດາປະເທດຜ່ານຂົງເຂດທີ່ໄດ້ຮັບການກຳນົດໃຫ້ບຸລິມະສິດໂດຍໄວ. ນອກຈາກນັ້ນ, ບັນດາລັດຖະມົນຕີກໍ່ກະກຽມເນື້ອໃນໃຫ້ແກ່ກອງປະຊຸມເປີດກວ້າງລະຫວ່າງລັດຖະມົນຕີບັນດາປະເທດອາຊຽນ ກັນບັນດາປະເທດຄູ່ຮ່ວມມື (ADMM+) ຄັ້ງທີ 2 ເຊິ່ງດຳເນີນໄປໃນວັນທີ 29 ສິງຫາ.
ຄາດວ່າ, ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຈະມີການພົບປະ 2 ຝ່າຍຄັ້ງຕ່າງໆກັບບັນດາປະເທດຄູ່ຮ່ວມມືເຈລະຈາ.