ຫວຽດນາມ ເຂົ້າຮ່ວມ ງານວາງສະແດງພະລັງງານນິວເຄຼຍໂລກ

ຫວຽດນາມ ເຂົ້າຮ່ວມ ງານວາງສະແດງພະລັງງານນິວເຄຼຍໂລກ - ảnh 1
ງານ​ວາງສະ​ແດງ​ພະລັງງານ​ນິວ​ເຄຼຍ​ໂລກ
(ພາບ: vietnamplus.vn)


(vovworld) – ງານ​ວາງສະ​ແດງພະລັງງານ​ນິວ​ເຄຼີຍ​ໂລກ ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 14 – 16/10, ຢູ່​ສູນ​​ວາງສະ​ແດງ Bourget, ທາງພາກ​ເໜືອ​ຂອງນະຄອນຫຼວງ ປາຣີ, ປະ​ເທດ​ຝລັ່ງ. ງານ​ວາງສະ​ແດງ​ໄດ້​ຈັດ​ຂຶ້ນ​ຕາມ​ຂໍ້ລິ​ເລີ່​ມ​ຂອງ​ສະຫະ​ສະມາຄົມ​ບັນດາ​ນັກ​ອຸດສາຫະກຳ​ສົ່ງ​ອອກ​ນິວ​ເຄຼຍຂອງ ຝລັ່ງ (AIFEN), ​ໄດ​້ດຶງ​ດູດ​ການເຂົ້າ​ຮ່ວມ​ຂອງ​ 495 ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ອັນ​ດັງ​ໜຶ່ງ​ຂອງ​ໂລກ​ໃນ​ຂົງ​ເຂດພະ​ລັງ​ງານ​ນິວ​ເຄຼຍ ​ແລະ ​ໄຟຟ້າ​ນິວ​ເຄຼຍ ທີ່​ມາ​ຈາກ 24 ປະເທດ​ຄື: ຝລັ່ງ, ອາ​ເມ​ລິ​ກາ, ອັງກິດ, ລັດ​ເຊຍ, ຍີ່ປຸ່ນ… ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​​ເພື່ອ​ແນ​ໃສ່​ສຳ​ຫຼວດ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍເຂົ້າ​ໃນ​ການ​ຜະລິດ ​ແລະ ສະໜອງ​ໄຟຟ້າ​ຢູ່​ປະ​ເທດ​ຕ່າງໆ.

   ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ງານ​ວາງສະ​ແດງ​ນິວ​ເຄຼຍພົນລະ​ເມືອງ​ໄດ້​ຮັບ​ການຈັດ​ຕັ້ງພາຍ​ໃຕ້​​ຮູບ​ການເປັນງານ​ຕະຫຼາດນັດ​ສາກົນ, ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ບໍລິສັດ, ວິ​ສາ​ຫະກິດ, ວົງ​ການ​ນັກວິຊາການ ​ແລະ ຜູ້​ຊ່ຽວຊານ ​ແນະນ​ຳ​​ເຕັກ​ໂນ​ໂລ​ຊີ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການສຳ​ຫຼວດ, ອອກ​ແບບ, ຜະລິດ ​ແລະ ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ, ພ້ອມ​ທັງ​ສ້າງ​ຕັ້ງ​ບັນ​ດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ