(vovworld)- ຕອນເຊົ້າວັນທີ 21/3 ຢູ່ ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ອ່ານສູນທອນພົດໄຂ“ກອງປະຊຸມສຳມະນາ ASEM ກ່ຽວກັບການຄຸ້ມຄອງແຫລ່ງນ້ຳ ແລະ ລຸ່ມແມ່ນ້ຳ - ວິທີການສຳພັດການເຕີບໂຕຂຽວ.” ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຊ່ຽວຊານພາຍໃນ ແລະ ສາກົນກວ່າ 100 ທ່ານທີ່ມາຈາກ 51 ປະເທດສະມາຊິກ ASEM ກໍຄືຜູ້ຕາງຫນ້າບັນດາອົງການ ສປຊ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ. ກ່າວຄຳປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ໂດຍຮັບຮູ້ຢ່າງຈະແຈ້ງຄວາມຮັບຜິດຊອບແມ່ນຫນຶ່ງໃນບັນດາປະເທດສະຫນອງຜະລິດຕະພັນກະເສດຫລາຍອັນດັບຕົ້ນໃນໂລກ ແລະ ເພື່ອຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍ, ຫວຽດນາມ ເຊີດຊູການຮັກສາ ແລະ ຄຸ້ມຄອງແຫ່ຼງນ້ຳຢ່າງໝັ້ນຄົງ. ນີ້ແມ່ນເນື້ອໃນສຳຄັນຂອງ“ຍຸດທະສາດພັດທະນາແບບຍືນຍົງຂອງຫວຽດນາມ ໄລຍະ 2011-2020 ແລະ ຍຸດທະສາດແຫ່ງຊາດກ່ຽວກັບຊັບພະຍາກອນນ້ຳຮອດປີ 2020. ຫວຽດນາມ ມີແຜນນະໂຍບາຍຕັ້ງຫນ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນທຸກລະດັບຮ່ວມມືສາກົນ ພ້ອມທັງພວມຕັ້ງຫນ້າຜັນຂະຫຍາຍແຜນການເຄື່ອນໄຫວຍຸດທະສາດຂອງ ອາຊຽນ ກ່ຽວກັບການຄຸ້ມຄອງແຫລ່ງນ້ຳ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ອ່ານສູນທອນພົດໄຂ“ກອງປະຊຸມສຳມະນາ ASEM
ພາບ: chinhphu.vn
|
“ພຽງແຕ່ຮ່ວມແຮງຮ່ວມໃຈການກະທຳຢ່າງແຂງແຮງ ພວກເຮົາຈຶ່ງສາມາດຈຳກັດ ແລະ ສະກັດກັ້ນສິ່ງທ້າຍທາຍຄືດັ່ງໄດ້ຄາດຄະເນ. ຄວາມຈິງໃຫ້ເຫັນວ່າ ເລື່ອງຮັກສາແຫລ່ງຊັບພະຍາກອນນ້ຳໄດ້ນຳມາໃຫ້ພວກເຮົາກາລະໂອກາດຮ່ວມມືຫລາຍກວ່າການແກ້ງແຍ້ງ. ASEM ແມ່ນເວທີປາໄສພາກພື້ນທີ່ສຳຄັນ, ດ້ວຍພົນລະເມືອງກວມ 60% ຂອງໂລກ ແລະ ປະກອບ 55% GDP ໃຫ້ທົ່ວໂລກ. ສະນັ້ນ ASEM ມີຄວາມຕ້ອງການ, ມີຄວາມຮັບຜິດຊອບ ແລະ ສາມາດປະກອບສ່ວນເຂົ້າໃນການຮັກສາບັນດາແຫລ່ງຊັບພະຍາກອນນ້ຳ.”