ຫວຽດນາມ ເປີດສາກວັນ ວັດທະນະທຳ ສາກົນ ຢູ່ຝຣັ່ງ

ຫວຽດນາມ ເປີດສາກວັນ ວັດທະນະທຳ ສາກົນ ຢູ່ຝຣັ່ງ - ảnh 1
​ພິທີ​ປູກ​ຕົ້ນ​ໄມ້​ມິດຕະພາບ

(vovworld) - ​​ ວັນ​ທີ 23/3, ຢູ່​ນະຄອນ  Gretz Armainvilliers ຢູ່​ຊານ​ນະຄອນຫຼວງ ປາຣີ ​ໄດ້​ດຳ​ເນີນ​ພິທີ​ປູກ​ຕົ້ນ​ໄມ້​ມິດຕະພາບ ​ແລະ ການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ: ປະຫວັດສາດ, ປະຊາຊົນ”. ນີ້​ແມ່ນ​ການ​ເຄື​່ອນ​ໄຫວ​ຂອງ ຫວຽດນາມ ທີ່​ໄດ້​ເປີດ​ສາກ​ວັນ​ວັດທະນະທຳ​ສາກົນ​ຢູ່​ນະຄອນ​​ແຫ່ງ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ​ເຢືອງຈີ໋ຢູງ ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ ຫວຽດນາມ ​ໄດ້​ເລືອກ​ເຟັ້ນການ​ເປີດ​ສາກ​ວັນ​ວັດທະນະທຳ​ສາກົນ​ຢູ່ Gretz Armainvilliers, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ການ​ປູກ​ຕົ້ນ​ໄມ້​ໃນ​ຍາມ​ຕົ້ນ​ລະດູບານ​ໃໝ່​ແມ່ນ​ມູນ​ເຊື້ອ ​ແລະ​ ປະ​ເພນີ​ອັນ​ດີງາມ​ຂອງ ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ  ​ເຢືອງຈີ໋ຢູງ ​ໄດ​້ສົ່ງ​ສານ​ສັນຕິພາບ, ມິດຕະພາບ​ຂອງ​ປະຊາຊົນ ຫວຽດນາມ ​ແລະ ຂອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ​ເປີດ​ປະຕູ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ມາ​ຍັງ​ປະຊາຊົນ​ນະຄອນ Gretz Armainvilliers .

ຂ່າວ/ບົດ​ອື່ນ