ຫວຽດນາມ ເປັນຄູ່ຮ່ວມມືທີ່ເປັນມູນເຊື້ອຂອງ ລັດເຊຍ ຢູ່ ອາຊີ - ປາຊີຟິກ

(VOVWORLD) - ວັນທີ 22 ພະຈິກ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Alexander Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ
ຫວຽດນາມ ເປັນຄູ່ຮ່ວມມືທີ່ເປັນມູນເຊື້ອຂອງ ລັດເຊຍ ຢູ່ ອາຊີ - ປາຊີຟິກ - ảnh 1ທ່ານພົນເອກ ໂງຊວນລິກ ແລະ  ທ່ານພົນຕີ  Alexander Fomin (ພາບ: qdnd)

ເນື່ອງໃນໂອກາດທ່ານ Alexander Fomin ນຳ ໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 22 – 23 ພະຈິກ.

        ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ສະເໜີກະຊວງປ້ອງກັນປະເທດ 2 ປະເທດ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ສະເໜີໃຫ້ຝ່າຍ ລັດເຊຍ ສືບຕໍ່ສະຫງວນທຶນການສຶກສາບຸລິມະສິດ ແລະ ເປີດກ້ວາງຂະແໜງການຮ່ວມມື.

        ສ່ວນຝ່າຍ ລັດເຊຍ, ທ່ານພົນຕີ Alexander Fomin ຢືນຢັນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ ແລະ ສຳຄັນຂອງ ລັດເຊຍ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ລັດເຊຍ ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ