ຫວຽດນາມ ເພີ່ມທະວີການ ຮ່ວມມືດ້ານການທ່ອງທ່ຽວ ກັບ ອີຢິບ

ຫວຽດນາມ ເພີ່ມທະວີການ ຮ່ວມມືດ້ານການທ່ອງທ່ຽວ ກັບ ອີຢິບ - ảnh 1
ທ່ານ​ຫົວໜ້າ​ກົມ​ໃຫຍ່ ຫງວຽນ​ວັນ​ຕວນ ແລະ ປະທານ​ອົງການ​ທ່ອງ​ທ່ຽວ ອີ​ຢິບ Naser Hamdy
(ພາບ: Hoàng Chiến/Vietnam+)

(vovworld) – ​​​​ວັນ​ທີ 27/5, ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອີ​ຢິບ, ຄະນະ​ຜູ້​ແທນ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ, ​ໂດຍ​ທ່ານ​ຫົວໜ້າ​ກົມ​ໃຫຍ່ ຫງວຽນ​ວັນ​ຕວນ ນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ປະທານ​ອົງການ​ທ່ອງ​ທ່ຽວ ອີ​ຢິບ Naser Hamdy ຢູ່​ນະຄອນຫຼວງ ກາຍ​ໂຣ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ 2 ຝ່າຍ​ຕາມ​ຈິດ​ໃຈ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ການທ່ອງທ່ຽວ​ເຊິ່ງ 2 ປະ​ເທ​ດ​ໄດ້ລົງ​ນາມ​ເມື່ອ​ປີ 2006, ພ້ອມ​ທັງ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ 2 ປະ​ເທດ. ການ​ນຳ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ສະ​ເໜີ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ ອີ​ຢິບສົບ​ທົບ​ກັບ​ບໍລິສັດ​ການບິນ​ແຫ່ງ​ຊາດ ອີ​ຢິບ (Egypt Air) ຜັນ​ຂະ​ຫຍາ​ຍສາຍ​ການບິນ​ໂດຍ​ກົງມາ​ຍັງ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ໄວ ພາຍຫຼັງ​ບໍລິສັດ​ນີ້​ໄດ້​ເປີ​ດຫ້ອງ​ການ​ຕາງໜ້າ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ