ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ລະ​ບົບ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ແຮງກວ່າ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ  2 ແຂວງ ຫາຍເຢືອງ ແລະ ກວ໋າງນິງ ພວມເຄື່ອນໄຫວຢ່າງດຸເດືອດເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາຢ່າງແຮງ ເພື່ອແນໃສ່ຄວບຄຸມການແຜ່ລາມຂອງໂລກລະບາດ. 
ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ລະ​ບົບ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ແຮງກວ່າ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ນຳກອງປະຊຸມ (ພາບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມດ່ວນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ດຳເນີນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19 ທີ່ຫາກໍພົບເຫັນຢູ່ແຂວງ ກວ໋າງນິງ ແລະ ຫາຍເຢືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ  2 ແຂວງ ຫາຍເຢືອງ ແລະ ກວ໋າງນິງ ພວມເຄື່ອນໄຫວຢ່າງດຸເດືອດເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາຢ່າງແຮງ ເພື່ອແນໃສ່ຄວບຄຸມການແຜ່ລາມຂອງໂລກລະບາດ.    ທ່ານກ່າວວ່າ:

        “ຈຳກັດບໍລິເວນ, ແຍກຕົວ, ຄົ້ນຫາປະຫວັດການສຳຜັດໃນວົງກວ້າງ, ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ສຳລັບເມືອງຈີລິງ ແລະ ປິດສະໜາມບິນ ເວິນດົນ. ຄະນະຊີ້ນຳແຫ່ງຊາດ ແລະ ກະຊວງສາທາລະນະສຸກຄົ້ນຄວ້າ, ສະເໜີວິທີການແກ່ຍາວເວລາປະຕິບັດການແຍກຕົວສຳລັບຜູ້ເຂົ້າເມືອງ ຫວຽດນາມ ແລະ ມີຄວາມລະມັດລະວັງກັບໄວຣັດກາຍພັນ. ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ແຕ່ບໍ່ກໍ່ຄວາມປັ່ນປວນໃນຊີວິດການເປັນຢູ່ຂອງປະຊາຊົນ”.

        ປັດຈຸບັນ, ບັນດາກຳລັງໄດ້ລົງຈຳກັດບໍລິເວນ, ຊອກໄດ້ຜູ້ຕ້ອງການປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.


ຕອບກັບ

ຂ່າວ/ບົດ​ອື່ນ