ຫວຽດນາມ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນລະຫວ່າງ ອາເມລິກາ ແລະ ອາຊຽນ
(VOVWORLD) -ຫວຽດນາມ ພວມສວມບົດບາດເປັນຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.
ທ່ານ Brian Eyler, ຜູ້ອຳນວຍການໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບ ສູນຄົ້ນຄວ້າ Stimson (ອາເມລິກາ), ໃນການຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນຫວຽດນາມ ແລະ ອາເມລິກາ ສ້າງສາຍພົວພັນດ້ານການທູດ ເປັນປົກກະຕິ ໄດ້ຢືນຢັນວ່າ ເລື່ອງສອງປະເທດຫັນການພົວພັນຈາກການປະທະກັນໄປສູ່ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນຜົນງານທີ່ເປັນໜ້າຊື່ນຊົມໃນການພົວພັນສອງຝ່າຍ. ພິເສດ, ຫວຽດນາມ ພວມສວມບົດບາດເປັນຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.
ເພື່ອໃຫ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ທ່ານ Brian Eyler ໃຫ້ຂໍ້ສັງເກດວ່າ ນອກຈາກການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມນັ້ນ, ສອງປະເທດຄວນຊຸກຍູ້ການສົມທົບຫຼາຍກວ່າອີກໃນບັນຫາການສຶກສາ, ສາທາລະນະສຸກ ແລະ ສິ່ງແວດລ້ມ. ທ່ານ Brian Eyler ສະແດງຄວາມເຊື່ອໝັ້ນວ່າ ອະນາຄົດຂອງສາຍພົວພັນ ລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນສະຫວ່າງສະໄຫວທີ່ສຸດ ແລະ ສິ່ງນີ້ຈຳເປັນຕ້ອງມີການຮ່ວມມືຈາກທັງສອງຝ່າຍ.