ຫວຽດນາມ ແມ່ນບຸລິມາສິດໃນນະໂຍບາຍມຸ່ງໄປສູ່ອາຊີ - ປາຊີຟິກ ຂອງເມກຊີໂກ
ຫວຽດນາມ ແມ່ນນໜຶ່ງໃນບັນດານະໂຍບາຍບຸລິມະສິດ
ມຸ່ງໄປສູ່ອາຊີ - ປາຊີຟິກ ຂອງເມກຊີໂກ
(ພາບ: baotintuc.vn)
(vovworld) – ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍມຸ່ງໄປສູ່ອາຊີ - ປາຊີຟິກ ຂອງເມກຊີໂກ. ນີແມ່ນຄຳຢືນຢັນຂອງສະມາຊິກສະພາສູງທ່ານ Teofilo Torres Corzo, ປະທານກຳມາທິການການຕ່າງປະເທດອາຊີ - ປະຊີຟິກ, ສະພາສູງເມກຊີໂກ ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດຫວຽດນາມ ເລລິງລານ ໃນວັນທີ 27/11. ທ່ານສະມາຊິກສະພາສູງ Torres Corzo ໄດ້ຍ້ອງຍໍ ແລະ ອວຍພອນບັນດາຜົນງານພັດທະນາເສດຖະກິດ, ສັງຄົມເຊິ່ງຫວຽດນາມ ບັນລຸໄດ້ ຜ່ານການປະຕິບັດແຜນນະໂຍບາຍປ່ຽນໃໝ່ ແລະ ນຳໃຊ້ບັນດານະໂຍບາຍເສດຖະກິດຢ່າງມີໄຫວພິບ. ຕາມທ່ານແລ້ວ, ລັດຖະບານຫວຽດນາມ ໄດ້ກຳນົດບັນດາທ່າແຮງພັດທະນາຢ່າງຖືກຕ້ອງ ແລະ ນຳເອົາທ່າແຮງນັ້ນເຂົ້າໃນໂຄງການພັດທະນາປະເທດຊາດ ເພື່ອແນໃສ່ບັນລຸປະສິດທິຜົນສູງສຸດ ແລະ ກໍ່ຕາມທ່ານສະມາຊິກສະພາສູງ Torres Corzo ແລ້ວ, ເມກຊີໂກ ຕີລາຄາສູງ ການຖືເປັນສຳຄັນຂອງລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ສຳລັບສະພາແຫ່ງຊາດເມກຊີໂກ, ໃນນັ້ນມີກຳມາທິການການຕ່າງປະເທດອາຊີ - ປາຊີຟິກ. ທ່ານເຊື່ອໝັ້ນວ່າ, 2 ປະເທດຈະສືບຕໍ່ຊຸກຍູ້ ແລະ ເປີດກວ້າງການພົວພັນ 2 ຝ່າຍທີ່ດີງາມໃນປະຈຸບັນຜ່ານບັນດາໂຄງການຮ່ວມມືໃຫຍ່ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.