ພິທີສະເຫຼີມສະຫຼອງໄດ້ຈັດຕັ້ງຢ່າງເປັນທາງການຢູ່ ຮ່າໂນ້ຍ ໃນວັນທີ 17/03
(vovworld) - ວັນທີ 20/03 ບັນດາຜູ້ປາກພາສາ ຝະລັ່ງ ໃນທົ່ວໂລກສະເຫຼີມສະຫຼອງວັນສາກົນໃຊ້ພາສາຝະລັ່ງ. ວັນສາກົນໃຊ້ພາສາຝະລັ່ງໄດ້ຮັບການສະເຫຼີມສະຫຼອງຢູ່ 84 ປະເທດສະມາຊິກ ແລະ ນັກສັງເກດການຂອງອົງການ ຝະລັ່ງ ໂກໂຟນີສາກົນ ດ້ວຍ 1.500 ເຫດການໃນທົ່ວໂລກ. ຫົວຂໍ້ຂອງວັນສາກົນໃຊ້ພາສາ ຝະລັ່ງແມ່ນ “ຂ້າພະເຈົ້ານິຍົມ, ຂ້າພະເຈົ້າແບ່ງປັນ” ເພື່ອແນໃສ່ສົ່ງເສີມເລື່ອງຈັດຕັ້ງການເຄື່ອນໄຫວທີ່ສະຫງວນໃຫ້ຊາວໜຸ່ມ, ໂດຍຊາວໜຸ່ມ. ຫົວຂໍ້ດັ່ງກ່າວ ມຸ່ງໄປເຖິງຊາວໜຸ່ມ ແລະ ຊຸກຍູ້ຊາວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວໂດຍຜ່ານບັນດາສື່ສັງຄົມອອນລາຍ.
ທີ່ ຫວຽດນາມ, ຫ້ອງການອາຊີ - ປາຊີຟິກຂອງອົງການຝະລັ່ງໂກໂຟນີສາກົນ (OIF), ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາມະຫາວິທະຍາໄລໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວຫລາຍຢ່າງໃນທົ່ວປະເທດ. ພິທີສະເຫຼີມສະຫຼອງໄດ້ຈັດຕັ້ງຢ່າງເປັນທາງການຢູ່ ຮ່າໂນ້ຍ ໃນວັນທີ 17/03 ຜ່ານມາ, ຊຶ່ງເປັນຂີດໝາຍຄຳໝັ້ນສັນຍາຂອງ ຫວຽດນາມ ກັບອົງການຝະລັ່ງໂກໂຟນີສາກົນ.