ຫວຽດນາມ ແມ່ນແບບຢ່າງກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ

ຫວຽດນາມ ແມ່ນແບບຢ່າງກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ອົງການ​ OE​​CD Angel Gurria ກ່າວຄຳເຫັນໄຂເວທີປາໄສ

(vovworld) - ​ໃນ​ລະຫວ່າງ ວັນ​ທີ 4 – 5/4, ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ​ຝຣັ່ງ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ທົ່ວ​ໂລກ​ປີ 2013 ຂ​ອງ​ອົງການ​ຮ່ວມ​ມື ​ແລະ ພັດທະ​ນາ​ເສດຖະກິດ (ຫຼື OE​​CD). ດ້ວຍ​ຫົວ​ຂໍ້​ວ່າ “ວິທີ​ສຳ​ພັດ​ທີ່ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສັງ​ຄົມ ​ແລະ ຄວາມ​ກ້າວໜ້າ”, ​ເວທີ​ປາ​ໄສ​ທົ່ວ​ໂລກ ກ່ຽວ​ກັບ​ການ​ພັດທະນາ 2013 ຂອງອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດ​ຖະກິດ​ປີ​ນີ້​​ໄດ້​ຍົກ​ອອກ​ຄຳ​ນິຍາມ​​ໃໝ່​ທີ່​ວ່າ “​ເຊື່ອມ​ຕໍ່​ສັງ​ຄົ​ມ” ຄື​ດັ່ງ​ໄມ້​ວັດ​ແທກກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່​ອົງການ​ OE​​CD Angel Gurria ​ໃຫ້​ຮູ້​ວ່າ: ​ໂລກ ​ເປັນ​ສັກຂີ​ພິຍານ​ບັນດາ​ວຽກ​ງານດີ​ເດັ່ນ ກ່ຽວ​ກັບການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະ ຖື​ວ່າ ຫວຽດນາມ ​ແມ່ນ​​ແບບຢ່າງ​ທຳ​ອິດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ວິທີ​ສຳ​ພັດ​ໃໝ່ ກ່ຽວ​ກັບ “​ການເຊື່ອມ​ຕໍ່​ສັງ​ຄົ​ມ” ​ໃນ​ການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ຢູ່​​ໃນປະ​ເທດ​ພວມ​ພັດທະນາ.

        ຜູ້ຕາງໜ້າ ຫວຽດນາມ ທ່ານ ຈິ້ງ​ກົງ​ແຄງ, ຫົວໜ້າ​ກົມນະ​ໂຍບາຍ​ຊົນ​ເຜົ່າ​ ຂຶ້ນ​ກັບ​ຄະນະ​ກຳມະການ​ຊົນ​ເຜົ່າ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ປະຊຸມ​ຄັ້ງ​ທີ 2 ຂອງ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ: “ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ ຫວຽດນາມ, ຈາກ​​ແງ່​ມູມ​ຂ​ອງການ​ເຊື່ອມ​ຕໍ່​ສັງຄົມ”. ທ່ານ ຈິ້ງ​ກົງ​ແຄງ, ​ໃຫ້​ຮູ້​ວ່າ:

        “ລັດຖະບານ ຫວຽດນາມ ມີຫຼາຍ​ນະ​ໂຍບາຍ, ​ໂຄງການ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ພວກ​ເຮົາ​ແມ່ນ​ປະ​ເທດ​ຍັງ​ບໍ່​ທັນ​ມີ​ປະສົບ​ການ ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງມີ​ຫຼາຍ​ນະ​ໂຍບາຍ​ຖືກ​ຊ້ອນ​ກັນ, ແຫຼ່ງກຳລັງ​ບໍ່​ພຽງພໍ ສະ​ນັ້ນ​ບາງ​ໂຄງການ​ບໍ່​ທັນ​ຮັບປະກັນ​ປະສິດທິ​ຜົນ. ​​ເພາະສະ​ນັ້ນ, ຄະນະ​ກຳມະການ​ຊົນ​ເຜົ່າ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ທົ່ວ​ໂລກ ກ່ອນ​ອື່ນ​ໝົດ​ແມ່ນ​ແບ່ງປັນ​ບົດຮຽນ​ຂອງ​ພວກ​ເຮົາ​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ, ​ແຕ່​ສິ່ງສຳຄັນ​ກ່ວາ​ນັ້ນ​ແມ່ນ​ພວກ​ເຮົາ​ຈະຮຳ່ຮຽນ ​ເອົາ​ບົດຮຽນ​ຂອງ OECD ກໍ່​ຄື​ປະ​ເທດ​ຕ່າງໆ ​ໃນ​ການ​ຄົ້ນ​ຄ້ວາ​ນະ​ໂຍບາຍ, ​ໂຄງການ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເພື່ອ​ເຮັດ​​ແນວ​ໃດ, ດ້ວຍ​ແຫ​ລ່ງກຳລັງ​ນ້ອຍ​ແຕ່​ພວກ​ເຮົາ​ສາມາດ​ບັນລຸ​ໄດ້​ປະສິດທິ​ຜົນ​ຫຼາຍ​ກ່ວາ”

ຂ່າວ/ບົດ​ອື່ນ