ທີ່ພິທີລົງນາມ
(ພາບ: TTX)
(vovworld) - ວັນທີ 18/9, ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ Trinh Dinh Dung, ປະທານອະນຸກຳມະການຮ່ວມມືຫວຽດນາມ - ກູບາ, ແລະ ລັດຖະມົນຕີການຄ້າຕ່າງປະເທດ ແລະ ລົງທຶນຕ່າງປະເທດ, ປະທານອະນຸກຳມະການຮ່ວມມືກູບາ - ຫວຽດນາມ Rodrigo Malmierca Diaz ໄດ້ລົງນາມໃນເອກະສານກ່ຽວກັບໝາກຜົນຂອງສະໄໝປະຊຸມທີ 30 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກູບາ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ - ເຕັກນິກ. ສິ້ນສຸດສະໄໝປະຊຸມ, ສອງຝ່າຍໄດ້ເຫັນດີຕໍ່ບັນດາເນື້ອໃນຮ່ວມມື ແລະ ມາດຕະການຜັນຂະຫຍາຍໃນໄລຍະ 2012 – 2013, ເພື່ອແນໃສ່ນຳການພົວພັນຮ່ວມມືສອງຝ່າຍໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ພິເສດແມ່ນບັນດາຂໍ້ຕົກລົງສະບັບໃໝ່ໃນບັນດາຂົງເຂດການຢາ, ການແພດ, ການສຶກສາ, ການລົງທຶນ, ການວາງແຜນຜັງຕົວເມືອງ… ນອກນັ້ນຝ່າຍກູບາຍັງສະເໜີກ່ຽວກັບໂຄງການຮ່ວມມືເສດຖະກິດສອງຝ່າຍໄລຍະ 2012 – 2016.