(vovworld) – ພິທີລົງນາມໃນບົດບັນທຶກຊ່ວຍຈຳດ້ານກະສິກຳ ແລະ ສິນໃນນ້ຳ, ຖືກດຳເນີນໄປໃນວັນທີ 11/03, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຂອງທ່ານ Yoshinobu Nisaka, ຜູ້ວ່າການແຂວງ Wakayama. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ຢືນຢັນວ່າ, ເພື່ອພັດທະນາພື້ນຖານກະສິກຳຢ່າງໝັ້ນຄົງ ໃນສະພາບເຊື່ອມໂຍງເສດຖະກິດເຂົ້າກັບສາກົນ, ການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ ກັບບັນດາປະເທດພັດທະນາໄດ້ຮັບການຍູ້ແຮງ, ພິເສດແມ່ນການຮ່ວມມືຮອບດ້ານກັບຍີ່ປຸ່ນ, ໃນນັ້ນມີແຂວງ Wakayama.
“ພວກຂ້າພະເຈົ້າປາດຖະໜາຢາກເພີ່ມທະວີການຮ່ວມມືກັບພວກເພື່ອນ ບໍ່ພຽງແຕ່ກ່ຽວກັບການພັດທະນາທາງດ້ານເສດຖະກິດເທົ່ານັ້ນ ຫາກສຳຄັນກວ່າແມ່ນຮັດແໜ້ນການພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດອີກດ້ວຍ. ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳມື້ນີ້ລະຫວ່າງ 2 ຝ່າຍ, ແມ່ນສະແດງໃຫ້ເຫັນສ່ວນໜຶ່ງຄວາມສັດສິນໃຈນັ້ນ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈະພ້ອມກັບຜູ້ວ່າການແຂວງ ແລະ ບັນດາວິສາຫະກິດມານະພະຍາຍາມເພື່ອໃຫ້ທຸກສິ່ງ ທຸກຢ່າງທີ່ໄດ້ລົງນາມໃນມື້ນີ້ປະກົດຜົນເປັນຈິງ”.
ຕາມບົດບັນທຶກຊ່ວຍຈຳແລ້ວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ແຂວງ Wakayama ຂອງຍີ່ປຸ່ນ ຈະສຸມໃສ່ການຮ່ວມມື ແລະ ພັດທະນາເຕັກໂນໂລຊີທີ່ທັນສະໄໝໃນການຜະລິດ, ປຸງແຕ່ງ, ແຈກຢາຍ ແລະ ບັນດາຂົງເຂດອື່ນໆທີ່ຂຶ້ນກັບຂົງເຂດກະສິກຳ ແລະ ສິນໃນນ້ຳ. ພ້ອມທັງຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຊຸກຍູ້ການຄ້າກະສິກຳ, ສິນໃນນ້ຳ…