ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງໃຫ້ການ
ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີນິວຊີແລນ Bill English
(ພາບ: nguyentandung.org)
(vovworld)- ຕອນບ່າຍວັນທີ 16/9, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດ ຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນນິວຊີແລນ Bill English ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຢືນຢັນວ່າ: ລັດຖະບານຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບນິວຊີແລນ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຊື່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະສັນຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ສະເໜີໃຫ້ສອງຝ່າຍຈົ່ງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການບິນ, ການສຶກສາບຳລຸງສ້າງ…ກ່ວາອີກ. ທ່ານຍັງສະເໜີໃຫ້ສອງຝ່າຍຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊື່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ ແລະ ປາດຖະໜາວ່າ: ນິວຊີແລນ ຈະສະໜັບສະໜູນຫຼັກໝັ້ນຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ສ່ວນທ່ານ Bill English ຢືນຢັນວ່າ: ຍາມໃດ, ນິວຊີແລນ ກໍ່ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືດ້ານການສຶກສາກັບຫວຽດນາມ ພ້ອມທັງຈະຮ່ວມມືກັບຫວຽດນາມ ກໍ່ຄືປະເທດອື່ນໆ ຢ່າງແໜ້ນແຟ້ນ ເພື່ອດຳເນີນການເຈລະຈາສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຝິກ (TPP) ສຳເລັດ.