ຫວຽດນາມ ແລະ ບຸນກາຣີ ແບ່ງປັນບົດຮຽນກ່ຽວກັບວຽກງານສານ

ຫວຽດນາມ ແລະ ບຸນກາຣີ ແບ່ງປັນບົດຮຽນກ່ຽວກັບວຽກງານສານ - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ຕ້ອນຮັບທ່ານ Lasar Georgiev Gruev, ປະທານ​ສານ​ສູງສຸດ ສ. ບຸນ​ກາຣີ
(ພາບ: congly.com.vn)

(vovworld) – ​ທີ່​ການ​ຕ້ອນຮັບ​ປະທານ​ສານ​ສູງສຸດ ສ. ບຸນ​ກາຣີ ທ່ານ Lasar Georgiev Gruev ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 10/10, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ຕີ​ລາຄາ​ສູງ​ເລື່ອງ 2 ປະ​ເທດ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ທຸກ​ຂັ້ນ​ເປັນ​ປະຈຳ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຢືນຢັນ​ວ່າ: ຍາມ​ໃດ ​ຫວຽດນາມ ກໍ່​ຖື​​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​, ​ໃນ​ນັ້ນ​​ ບຸນ​ກາຣີ      ​ແມ່ນ​ບຸລິມະສິດ​ຢູ່​ພາກ​ພື້ນ.

        ທ່ານ​ປະທານ​ສານ Lasar Georgiev Gruev ສະ​ແດງ​ຄວາມປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົ​ງ​ເຂດ​ຍຸຕິ​ທຳ, ພ້ອມ​ທັງ​ຊຸກຍູ້​ການ​​ແລກປ່ຽນ​ຄະນະ​ຜູ້​ແທນລະຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ນີ້​ກ່ວາ​ອີກ. ​ເນື່ອງ​ໃນ​ການ​ຢ້ຽມຢາມ​ນີ້, ຂະ​ແໜງ​ສານ 2 ປະ​ເທດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື, ​ເປັນ​ພື້ນຖານ​ຊຸກຍູ້​​ການ​ຮ່ວມ​ມື​ດ້ານຍຸຕິ​ທຳ​ລະຫວ່າງ 2 ຝ່າຍ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ