ຫວຽດນາມ ແລະ ລາວເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ
(vovworld) - ໂດຍຮັບຄຳເຊີນຂອງທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ທ່ານຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ, ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6-8/7. ທີ່ການເຈລະຈາທີ່ດຳເນີນໃນຕອນເຊົ້າວັນທີ 7/7, ການນຳສອງປະເທດຢືນຢັນວ່າ, ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ. ສອງຝ່າຍເຫັນດີສືບຕໍ່ແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງສອງປະເທດ; ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວຢ່າງມີປະສິດທິຜົນ; ພ້ອມທັງກະກຽງໃຫ້ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ, ເຊິ່ງຄາດວ່າຈະຈັດຕັ້ງໃນທ້າຍປີ 2015 ຢູ່ລາວ ເປັນຢ່າງດີ. ສອງຝ່າຍສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງບັນດາເຫດການທີ່ຍັງເຫຼືອໃນປີ 2015 ໃຫ້ດີ. ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດເປັນຢ່າງດີ. ພ້ອມທັງຜັນຂະຫຍາຍສັນຍາການຄ້າໃໝ່ ແລະ ສັນຍາການຄ້າຊາຍແດນຫວຽດນາມ - ລາວ ຢ່າງມີປະສິດທິຜົນ; ຍູ້ແຮງບັນດາໂຄງການເຊື່ອມຕໍ່ການຄົມມະນາຄົນຂົນສົ່ງ ແລະ ພະລັງງານ; ເພີ່ມທະວີການຜັນຂະຫຍາຍບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ແລະ ສົມທົບກັນກວດກາບັນດາໂຄງການລົງທຶນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຕິດຂັດໃຫ້ບັນດາວິສາຫະກິດຫວຽດນາມ ທີ່ພວມເຄື່ອນໄຫວຢູ່ລາວ ຢ່າງທັນການ…
ສອງຝ່າຍເຫັນດີເພີ່ມທະວີການພົວພັນຮ່ວມມືອັນດີງາມທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນອື່ນໆ, ກໍ່ສ້າງປະຊາຄົມອາຊຽນໃຫ້ສຳເລັດໃນທ້າຍປີ 2015. ສອງຝ່າຍເຫັນດີຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982… ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນລາວ ຮັບຜິດຊອບໜ້າທີ່ເປັນປະທານອາຊຽນໃນປີ 2016 ສຳເລັດຜົນ.