(vovworld) - ຄະນະຜູ້ແທນກະຊວງຊັບພະຍາກອນ - ສິ່ງແວດລ້ອມຫວຽດນາມ ໂດຍທ່ານລັດຖະມົນຕີ Nguyen Minh Quang ນຳໜ້າ ໄດ້ທຳການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 21 – 23/10. ວັນທີ 23/10 ຄະນະຜູ້ແທນຫວຽດນາມ ໄດ້ມີການເຈລະຈາກັບຄະນະຜູ້ແທນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາວ ແລະ ຄະນະກຳມາທິການການແມ່ນ້ຳຂອງແຫ່ງຊາດລາວ ໂດຍທ່ານລັດຖະມົນຕີ ນູລິນ ສິນບັນດິດ ນຳໜ້າ. ເມື່ອແລກປ່ຽນກ່ຽວກັບບັນດາໂຄງການໄຟຟ້ານ້ຳຕົກໃນລຳແມ່ນ້ຳຂອງ, ທ່ານລັດຖະມົນຕີ Nguyen Minh Quang ຊີ້ແຈ້ງທັດສະນະຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ວ່າ ບັນກາກິດຈະກຳເຂື່ອນໄຟຟ້ານ້ຳຕົກໃນລຳແມ່ນ້ຳຂອງ ພຽງແຕ່ຄວນດຳເນີນການກໍ່ສ້າງພາຍຫຼັງທີ່ໄດ້ຮັບການຕີລາຄາຢ່າງຮອບດ້ານ ບັນດາຜົນສະທ້ອນເຖິງສິ່ງແວດລ້ອມຂອງບັນດາເຂື່ອນໄຟຟ້ານ້ຳຕົກ ເຊິ່ງຈະໄດ້ຮັບການກໍ່ສ້າງໃນລຳແມ່ນ້ຳຂອງ. ຕາມນັ້ນແລ້ວ, ຫວຽດນາມ ສະເໜີໃຫ້ລາວ ເຂົ້າຮ່ວມພ້ອມກັບບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອດຳເນີນການຄົ້ນຄວ້າລວມ. ຄະນະຜູ້ແທນຫວຽດນາມ ກໍໄດ້ມີການແລກປ່ຽນກັບຝ່າຍລາວ ກ່ຽວກັບການຕີລາຄາຂອງລາວ ທີ່ມີຕໍ່ການກະທົບຂອງເຂື່ອນໄຟຟ້ານ້ຳຕົກ ໄຊຍະບຸລີ. ລັດຖະມົນຕີສອງທ່ານໄດ້ແລກປ່ຽນທິດທາງຮ່ວມມືລະຫວ່າງສອງກະຊວງໃນໄລຍະໃໝ່, ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນ, ເພີ່ມທະວີການຮ່ວມມືປົກປັກຮັກສາສິ່ງແວດລ້ອມກໍຄືບົດຮຽນໃນການຄຸ້ມຄອງ, ນຳໃຊ້, ຂຸດຄົ້ນແຫຼ່ງນ້ຳ ແມ່ນ້ຳຂອງຢ່າງມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ໃນພາກພື້ນ.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫວຽດນາມ ແລະ ຄະນະຜູ້ແທນຫວຽດນາມ ໄດ້ລາຍງານໝາກຜົນການເຮັດວຽກກັບຄະນະຜູ້ແທນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກຳມາທິການແມ່ນ້ຳຂອງແຫ່ງຊາດລາວ.