ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືວຽກງານຊົນເຜົ່າ

ຫວຽດນາມ  ແລະ ລາວ ເພີ່ມທະວີການຮ່ວມມືວຽກງານຊົນເຜົ່າ - ảnh 1
(ຫວຽດນາມ  ແລະ ລາວ ເພີ່ມທະວີການຮ່ວມມືວຽກງານຊົນເຜົ່າ)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 30 /11 – 04/12, ຕອນບ່າຍ​ວັນ​ທີ 01/12 ຢູ່​ນະຄອນຫຼວງວຽງ​ຈັນ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊົນ​ເຜົ່າຫວຽດນາມ ​ໂດຍ​ທ່ານ ​ເຊີນ​ເຟືອ​ກຮວານ, ລັດຖະມົນຕີ​ຊ່ວຍ​ວ່າການ, ຮອງ​ປະທານ​ຄະນະ​ກຳມະການ​ນຳ​ໜ້າ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ ສ້າງ​ຊາດ ພັນ​ດວງ​ຈິດ ວົງສາ. ທີ່ການ​ພົບ​ປະ, ທ່ານ​ປະທານ ພັນ​ດວງ​ຈິດ ວົງສາ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​​ເທດ​ຈະ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຊົນ​ເຜົ່າ, ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ຊົນ​ຊາ​ດຊົນ​ເຜົ່າ, ຮ່ວມ​ມື​ບຳລຸງ​ສ້າງ, ຝຶກ​ອົບຮົມ… ປະກອບສ່ວນ​ເພີ່ມ​ພູນ​ຄຸນສ້າງສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ. ທ່ານ ​ເຊີນ​ຟືອກຮວານ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ວຽກ​ງານ​ບຳລຸງ​ສ້າງ, ຝຶກ​ອົບ​ຮົບ​ດ້ານ​ວິຊາ​ຊີບວຽກ​ງານ​ຊົນ​​ເຜົ່າ​ໃຫ້​ຝ່າຍ​ລາວ, ພ້ອມ​ກັນ​ຄົ້ນ​ຄ້ວາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ ລຽບຕາມ​ເສັ້ນ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຂ່າວ/ບົດ​ອື່ນ