ຫວຽດນາມ ແລະ ລາວ ເພີ່ມທະວີ ການແລກປ່ຽນຄະນະສະມາຊິກສະພາແຫ່ງຊາດຂັ້ນທ້ອງຖິ່ນ

ຫວຽດນາມ ແລະ ລາວ ເພີ່ມທະວີ ການແລກປ່ຽນຄະນະສະມາຊິກສະພາແຫ່ງຊາດຂັ້ນທ້ອງຖິ່ນ - ảnh 1
​ທ່ານ Le Nam, ຮອງ​ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thanh Hoa
ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ
(ພາບ: kplnet.net)

(vovworld) -     ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thanh Hoa ​ໂດຍ​ທ່ານ Le Nam, ສະມາ​ຊິກ​ຄະນະ​ພັກ​ແຂວງ, ຮອງ​ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thanh Hoa, ​ນຳ​ໜ້າ ຫາ​ກໍ່ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງຄະນະ​ຢູ່​ລາວ ​ແຕ່​ວັນ​ທີ 19 – 26/9. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ແລກປ່ຽນຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ແຂວງ, ​ແລກປ່ຽນກ່ຽວ​ກັບ​ເລື່ອງ​ຕ້ອນຮັບ​ປະຊາຊົນ, ກຳ​ໄດ້​​ແນວ​ຄວາມ​ຄ​ິດຈິດ​ໃຈຄວາມມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃກ້ຊິດ​ກັບ​ປະຊາຊົນ​ກວ່າ. ສອງ​ຝ່າຍ​ກໍ​ແລກປ່ຽນ​ມາດ​ຕະການ​ຕ່າງໆ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​​ໃນ​ການ​ປະຕິບັດ​ກົດໝາຍ, ຕໍ່​ສູ້​ຕ້ານ​ໄພ​ສໍ້​ລາດ​ບັງ​ລວງກວ່າ​ອີກ ກໍ​ຄື​ປະກອບ​ຄຳ​ເຫັນ​ກັບ​ທ້ອງ​ຖິ່ນ​ກ່ຽວ​ກັບການ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາດປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ທ້ອງ​ຖິ່ນ​ພັດທະນາ​​ໃຫ້ຮັ່ງ​ມີ ​​ແລະ ເຂັ້ມ​ແຂງ.

ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ ປາດ​ຖະໜາ​ວ່າ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາ​ດ ​ແຂວງ Thanh Hoa ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ຍູ້​​ແຮງການ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ຂ້ໍມູນ​ຂ່າວສານ, ​ເຮ​ັດລ້ອນໜ້າ​ທີ່​ເຊິ່ງປະຊາຊົນ​ມອບ​ໝາຍ​ໃຫ້, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ