ຫວຽດນາມ ແລະ ອິດສະລາແອັນ ແບ່ງປັນບົດຮຽນ ແລະ ຂໍ້ລິເລີ່ມເພື່ອການພັດທະນາຮ່ວມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ (1993 - 2018),
ຫວຽດນາມ ແລະ ອິດສະລາແອັນ ແບ່ງປັນບົດຮຽນ ແລະ ຂໍ້ລິເລີ່ມເພື່ອການພັດທະນາຮ່ວມ - ảnh 1 ການໂອ້ລົບສົນທະນາວິທະຍາສາດ (ພາບ: TTXVN)

ຕອນເຊົ້າວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັບສະຖານທູດ ອິດສະລາແອັນ ປະຈຳ ຫວຽດນາມ ຈັດຕັ້ງການໂອ້ລົບສົນທະນາວິທະຍາສາດ “25 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ : ແບ່ງປັນບົດຮຽນ ແລະ ຂໍ້ລິເລີ່ມເພື່ອການພັດທະນາຮ່ວມ”.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງສາດສະດາຈານ, ປະລິນຍາເອກ ເລກວກຫຼີ, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຢືນຢັນວ່າ: ການໂອ້ລົມສົນທະນາແນໃສ່ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ເວົ້າລວມ ແລະ ການພົວພັນໃນການຄົ້ນຄວ້າວິທະຍາສາດລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມືວິທະຍາສາດ ອິດສະລາແອັນ ເວົ້າສະເພາະ.

        ສ່ວນທ່ານເອກອັກຄະລັດຖະທູດ ອິດສະລາແອັນ ປະຈຳ ຫວຽດນາມ Nadav Eshcar ເນັ້ນໜັກວ່າ ຫວຽດນາມ ແລະ ອິດສະລາແອັນ ພວມນັບມື້ນັບມີບັນດາການເຄື່ອນໄຫວຮ່ວມມືທີ່ກ່ຽວຂ້ອງເຖິງຂົງເຂດ ເລີ່ມທຸລະກິດ. ຈຸດພົ້ນເດັ່ນແມ່ນເລື່ອງ ອິດສະລາແອັນ ສົ່ງນັກຊ່ຽວຊານໃນການເລີ່ມທຸລະກິດໃຫ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ