ຫວຽດນາມ ແລະ ອາເມລິກາ ຮ່ວມມືເພື່ອ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ

ຫວຽດນາມ  ແລະ ອາເມລິກາ ຮ່ວມມືເພື່ອ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ - ảnh 1
ການ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາດຫວຽດນາມ - ອາ​ເມ​ລິ​ກາ
(ພາບ: qdnd.vn)


(vovworld) -     “ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ​ເພື່ອ​ແນ​ໃສ່​ສ້າງສັນ​ຕິ​ພາບ​, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ”. ນັ້ນ​ແມ່ນ​ຄວາມ​ຫວັງ​ລວມຂອງ​ຄະນະ​ຜູ້​ແທນ​ກະຊວງປ້ອງ​ກັນປະ​ເທດຫວຽດນາມ ​ແລະ ອາ​ເມ​ລິ​ກາ ທີ່​ການ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາດຫວຽດນາມ - ອາ​ເມ​ລິ​ກາ ຂັ້ນ​ຮອງ​ລັດຖະມົນຕີ​ຄັ້ງ​ທີ 3, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 10/01, ຢູ່​ຮ່າ​ໂນ້ຍ. ທີ່​ການ​ສົນທະນາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດຫວຽດນາມ - ອາ​ເມ​ລິ​ກາ ກໍ​ຄື​ບັນດາ​ບັນຫາ​ລວມຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ ​ແລະ ​ຢູ່ໃນ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ ພົນ​ໂທ ຫງວຽນຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ, , ​ເປັນ​ຫົວ​ໜ້າຄະນະ ​ແລະ ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ ​ໂດຍ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ ຜູ້​ຮັບຜິດຊອບ​ພາກ​ພື້ນ​ພາກ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທ່ານ Vikram Singh, ​ເປັນ​ຫົວໜ້າ​ຄະນະ, ​2 ຝ່າຍໄດ້​ຖື​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ມີ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ 2 ຝ່າຍ ທີ່​ມີ​ບາດກ້າວ​ພັດທະນາ​ໃໝ່, ​ໂດ​ບສະ​ເພາະ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຖື​ລັກສະນະ​ມະນຸດ​ສະ​ທຳ​ຄື ຊອກ​ຫາ​ທະຫານ​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ (MIA); ​ເກັບ​ກູ້ລະ​ເບີດ, ວັດຖຸ​ລະ​ເບີດ​ທີ່ຍັງ​ບໍ່​ທັນ​ແຕກ, ກຳຈັດທາດຜິດສີ​ສົ້ມ​ດີ​ໂອ​ຊີ​ນ... ສອງ​ຝ່າຍ​ໄດ້​ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອ​ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃໝ່​ຄື, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ຮ່ວມ​ມື​ໃນ​ຂົງ​ເຂດ​ເສນາ​ຮັກ, ຊ່ວຍ​ກູ້ໄພພິບັດ​ທຳ​ມະ​ຊາດ....

ຂ່າວ/ບົດ​ອື່ນ