ຫວຽດນາມ ແລະ ເຕິກກີວາງຄາດໝາຍບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້3ຕື້USDໃນປີ2016
ຫວຽດນາມ ແລະ ເຕິກກີ ວາງຄາດໝາຍ
ບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 3 ຕື້USDໃນປີ 2016
(ພາບ: baocongthuong)
(vovworld) - ຫວຽດນາມ ແລະ ເຕິກກີ ວາງຄາດໝາຍບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 3 ຕື້USDໃນປີ 2016. ນີ້ແມ່ນແຫຼ່ງຂ່າວ ໂດຍທ່ານ ຫງວຽນເທ໋ຮຶງ, ຮອງຫົວໜ້າອຳນວຍການຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂານະຄອນ ໂຮ່ຈີມິນ ຍົກອອກມາ ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ເຕິກກີ, ເຊິ່ງດຳເນີນຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 2/3. ຕາມທ່ານ ຫງວຽນເທ໋ຮຶງ ແລ້ວ, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ເຕິກກີ ໃນຊຸມປີມໍ່ໆມານີ້ ໄດ້ມີບັນດາບາດກ້າວພັດທະນາທີ່ໜ້າຈົດຈຳ. ໂດຍລະອຽດແມ່ນ ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ເຕິກກີ ຈາກ 1 ຕື້USDໃນປີ 2012 ໄດ້ເພີ່ມຂຶ້ນ 1,5 ຕື້USDໃນປີ 2015. ໃນນັ້ນ, ຫວຽດນາມ ມີວົງເງິນສົ່ງອອກໄປຍັງ ເຕິກກີ ແມ່ນ 1,4 ຕື້USD ສ່ວນນຳເຂົ້າຈາກ ເຕິກກີແມ່ນປະມານ 100 ຕື້ USD.