ຫວຽດນາມ ແລະ ເຢຍລະມັນເຫັນດີຊຸກຍູ້ ການຮ່ວມມືດ້ານກະສິກຳ
(ທ່ານລັດຖະມົນຕີວ່າການກະຊວງກະສິກຳ
ແລະ ພັດທະນາຊົນນະບົດ ກາວດຶກຟາດ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຢຍລະມັນ, ວັນທີ 19/01, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ໄດ້ປຶກສາຫາລືກັບທ່ານລັດຖະມົນຕີວ່າການກະຊວງສະບຽງອາຫານ ແລະ ກະສິກຳເຢຍລະມັນ Christian Schimidt ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃນຂົງເຂດກະສິກຳ ແລະ ປ່າໄມ້.
ທີ່ການເຈລະຈາ, ທ່ານລັດຖະມົນຕີວ່າການ ກາວດຶດຟາດ ສະແດງຄວາມປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມື, ພິເສດແມ່ນໃນຂົງເຂດກະສິກຳ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື ແລະ ຄວາມສະມັກຄີລະຫວ່າງ 2 ປະເທດ. ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີວ່າການ ກາວດຶດຟາດ ສະເໜີໃຫ້ 2 ກະຊວງຕ້ອງສົມທົບກັນເພື່ອໜູນຊ່ວຍບັນດາວິສາຫະກິດ ເພີ່ມທະວີການພົວພັນດ້ານການຄ້າກ່ຽວກັບຜະລິດຕະພັນກະເສດ; ສະເໜີໃຫ້ຝ່າຍເຢຍລະມັນ ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ຜະລິດຕະພັນກະເສດຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດ EU, ພິເສດແມ່ນສຳລັບບັນດາຜະລິດຕະພັນຄື: ສິນໃນນ້ຳ, ເຂົ້າສານ, ຊາ, ກາເຟ, ໝາກພິກໄທ ແລະ ໝາກໄມ້. ຫວຽດນາມ ກໍ່ປາດຖະໜາວ່າ 2 ຝ່າຍເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ ແລະ ພັດທະນາການປ່າໄມ້.
ສ່ວນທ່ານລັດຖະມົນຕີວ່າການ Christian Schimidt ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນການພັດທະນາການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂົງເຂດກະສິກຳ - ປ່າໄມ້, ພ້ອມທັງໃຫ້ຮູ້ວ່າ, ຈະປຶກສາຫາລືກັບບັນດາອົງການທີ່ກ່ຽວຂ້ອງຂອງເຢຍລະມັນ ເພື່ອມຸ່ງໄປເຖິງການລົງນາມໃນເອກະສານຮ່ວມມືລະອຽດກັບຫວຽດນາມ.