ຫວຽດນາມ ແລະ ໄທ ຊຸກຍູ້ການຮ່ວມມືກ່ຽວກັບການຕ້ານການຄ້າມະນຸດ

(VOVWORLD) - ທ່ານລັດຖະມົນຕີ ຈຸຕິ ໄກຣເລີກ ປາດຖະໜາວ່າ ສອງຝ່າຍຈະຮັກສາ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ
ຫວຽດນາມ ແລະ ໄທ ຊຸກຍູ້ການຮ່ວມມືກ່ຽວກັບການຕ້ານການຄ້າມະນຸດ - ảnh 1ທ່ານ ຟານຈີ໋ແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ແລະ ທ່ານ ຈຸຕິ ໄກຣເລີກ, ລັດຖະມົນຕີກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດໄທ
(ພາບ:TTXVN)

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ສຳນັກງານກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໄທ, ຢູ່ບາງກອກ, ທ່ານ ຟານຈີ໋ແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ເຮັດວຽກກັບທ່ານ ຈຸຕິ ໄກຣເລີກ, ລັດຖະມົນຕີກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນ, ຕ້ານການຄ້າມະນຸດ ແລະ ແລກປ່ຽນບົດຮຽນກ່ຽວກັບການພັດທະນາສະຫວັດດີການສັງຄົມ. ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຈຸຕິ ໄກຣເລີກ ປາດຖະໜາວ່າ ສອງຝ່າຍຈະຮັກສາ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ, ກໍ່ຄືບັນດາກົນໄກສອງຝ່າຍອື່ນໆ; ສະເໜີໃຫ້ສະຖານທູດ ຫວຽດນາມ ສົມທົບກັບກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງມະນຸດໄທ ຜັນຂະຫຍາຍບາງການເຄື່ອນໄຫວຂອງໂຄງການ ກ່ຽວກັບບັນດາບັນຫາສັງຄົມ ແລະ ສ້າງກຸ່ມໜູນຊ່ວຍແກ້ໄຂບັນດາບັນຫາດ້ານການສໍ້ໂກງຕົວະຕົ້ນ, ຄ້າຂາຍມະນຸດ, ເຂົ້າເມືອງຜິດກົດໝາຍໂດຍໄວ.

        ສ່ວນທ່ານເອກອັກຄະລັດຖະທູດ ຟານຈີ໋ແທ່ງ ເນັ້ນໜັກວ່າ: ສະຖານທູດ ຫວຽດນາມ ປະຈຳ ໄທ ພ້ອມແລ້ວທີ່ເຮັດວຽກກັບກົມຕ່າງໆຂອງກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໄທ ເພື່ອແກ້ໄຂບັນດາກໍລະນີການຄ້າມະນຸດໄປໄທ.

ຕອບກັບ

ຂ່າວ/ບົດ​ອື່ນ