ຫວຽດນາມ ໂຄສະນາ ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນຢູ່ຮົ່ງກົງ, ຈີນ

ຫວຽດນາມ ໂຄສະນາ ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນຢູ່ຮົ່ງກົງ, ຈີນ - ảnh 1
ຄະນະ​ຜູ້​ແທນ​ຫວຽດນາມ ສະ​ແດງ​ຊຸດເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ
(ພາບ: Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 16/11, ຢູ່​ເຂດ​ປົກ​ປ້ອງພິ​ເສດ​ຮົ່ງກົງ (ປະ​ເທດ​ຈີນ) ​ໄດ້​ຈັດ​ງານ​ມະ​ໂຫ​ລານ​ວັດທະນະທຳ, ສິລະ​ປະ​ຂອງ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ຂຶ້ນ​ກັບທະວີບອາຊີ ທີ່​ມີ​ຊື່ວ່າ “​ແນະນຳ​ວັດທະນະ​ທຳ​ຊົນ​ຊາດ​ອາຊີ 2014”. ​ເຂົ້າ​ຮ່ວມ​ພິທີ​​ມີ​​ຄະນະ​ຜູ້​ແທນ ​ຮົ່ງກົງ, ມາ​ເກົາ (ປະ​ເທດ​ຈີນ), ບັງ​ກະລາ​ເທດ, ຍີ່ປຸ່ນ, ສ.​ເກົາຫຼີ, ຟີ​ລິບ​ປີນ, ສິງກະ​ໂປ, ​ເນ​ປານ, ມາ​ໄລ​ເຊຍ, ​ອິນ​ເດຍ ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ຢູ່​ພາກ​ພື້ນ​ ​ໃນ​ນັ້ນ​ມີ​ຫວຽດນາມ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ມີ​ຊາວ​ຫວຽດນາມ ພວມ​ດຳ​ລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ມາ​ເກົາ ​​ເຊິ່ງໄດ້​ສະ​ແດງ​ບັນດາລາຍການ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີ​ວັນ​ຊາດ​ຄື: ຟ້ອນພື້​ນ​ເມືອງ​, ສະ​ແດງ​ຊຸດເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ. ຜ່ານ​ລາຍການ​ຄັ້ງ​ນີ້, ບັນດາ​ວັດທະນະທຳ​ພິ​ເສດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​​ແນະນຳ​ເຖິງ​ເບັນດາ​ເພື່ອ​ນມິດສາ​ກົນ.

ຂ່າວ/ບົດ​ອື່ນ