ຫວຽດນາມ ໃນພາກພື້ນ ອາຊຽນ ພັດທະນາ ແລະ ວັດທະນາຖາວອນ

(VOVWORLD) - ບັນດາທິມເຂົ້າຮ່ວມການແຂ່ງຂັນໄດ້ຕອບຫຼາຍຄຳຖາມເຊິ່ງແມ່ນຄວາມຮູ້ດ້ານການທູດ, ກ່ຽວກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ
ຫວຽດນາມ ໃນພາກພື້ນ ອາຊຽນ ພັດທະນາ ແລະ ວັດທະນາຖາວອນ - ảnh 1 ບັນດາຜູ້ເຂົ້າຮ່ວມການແຂ່ງຂັນ

ນີ້ແມ່ນຫົວຂໍ້ຂອງການແຂ່ງຂັນຄວາມຮູ້ດ້ານການທູດໂດຍພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນເຊົ້າວັນທີ 24 ສິງຫາ. ເຂົ້າຮ່ວມການເສັງມີ 12 ທິມເຊິ່ງເປັນພະນັກງານ, ພາລະກອນ, ລັດຖະກອນຂອງພະແນກພົວພັນຕ່າງປະເທດຂອງບັນດາແຂວງ, ນະຄອນທາງພາກໃຕ້. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28/8/1945 – 28/8/2018).

        ບັນດາທິມເຂົ້າຮ່ວມການແຂ່ງຂັນໄດ້ຕອບຫຼາຍຄຳຖາມເຊິ່ງແມ່ນຄວາມຮູ້ດ້ານການທູດ, ກ່ຽວກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ, ກໍ່ຄືກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ອາຊຽນ. ກ່າວຄຳເຫັນທີ່ການແຂ່ງຂັນ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຢັ້ງຢືນວ່າ:

        “ໃນຊຸມປີຜ່ານມາ ນັບແຕ່ເມື່ອພວກເຮົາເຂົ້າຮ່ວມ ອາຊຽນ, ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າມີຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າໃນການຮັກສາຄວາມສາມັກຄີ, ເປັນເອກະພາບ, ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ, ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ ຫາກຍັງຢູ່ໃນການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດອີກດ້ວຍ. ໄລຍະຈະມາເຖິງ, ພວກເຮົາຕ້ອງຍົກລະດັບການເຄື່ອນໄຫວໃນທຸກໆເວທີປາໄສຫຼາຍຝ່າຍ, ແຕ່ໃນນັ້ນ, ພວກເຮົາກຳນົດວ່າ ອາຊຽນ ແມ່ນພາກພື້ນໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ